( ພາບ: hanoimoi)
ຕໍ່ໜ້າການຜັນແປຢ່າງໜັກໜ່ວງຢູ່ອີຢິບ ໃນຊຸມວັນທີ່ຜ່ານມາ, ລັດຖະບານໃໝ່ເຊິ່ງຫາກໍ່ຮັບການສ້າງຕັ້ງຂອງອີຢິບ ໂດຍທ່ານ ນາຍົກລັດຖະມົນຕີ Isam Sharaf ນຳໜ້າ, ວັນທີ 21 ພະຈິກ, ໄດ້ຍືນໃບຂໍລາອອກຈາກຕຳແໜ່ງຕໍ່ສະພາການທະຫານສູງສຸດ ອີຢິບ. ຕາມແຫຼ່ງຂ່າວທ້ອງຖິ່ນແລ້ວ, ສະພາການທະຫານສູງສຸດໄດ້ຍອມຮັບໃນສະເໜີຂໍລາອອກຈາກຕຳແໜ່ງຂອງຄະນະລັດຖະບານ ແລະ ພວມຊອກຫາຜູ້ທົດແທນໃຫ້ທ່ານ Sharaf. ແຕ່ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງຂອງຄະນະລັດຖະບານອີຢິບຍັງຄົງຫຼຸດຜ່ອນຄວາມເຄັ່ງຕຶງຢູ່ອີຢິບໃນຊຸມວັນຜ່ານມາ
ຕອນເຊົ້າວັນທີ 22 ພະຈິກ, ການປະທະກັນລະຫວ່າງຕຳຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງສືບຕໍ່ເກີດຂຶ້ນ ຢູ່ເຂດ Suez, ນະຄອນ Ismailia, ເຮັດໃຫ້ຢ່າງນ້ອຍສຸດ ມີ 44 ຄົນຖືກບາດເຈັບ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ແກວງກ້ອນຫີນໃສ່ທະຫານ, ຮຽກຮ້ອງສະພາການທະຫານສູງສຸດຢູ່ ອີຢິບຕ້ອງລາອອກຈາກຕຳແໜ່ງ ແລະ ມອບໂອນສິດອຳນາດໃຫ້ແກ່ລັດຖະບານພົນລະເຮືອນຢູ່ປະເທດນີ້.