ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -  ໄລ່ຮອດຕອນເຊົ້າວັນທີ 10 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 7,3 ລ້ານຄົນໃນນັ້ນມີ 413.000 ຄົນເສຍຊີວິດ. ເລື່ອງໂລກລະບາດໄດ້ຫຼຸດຜ່ອນລົງຢູ່ບັນດາປະເທດເອີລົບນັ້ນ ຊ່ວຍໃຫ້ບັນດາພື້ນຖານເສດຖະກິດຂອງທະວີບນີ້ຄ່ອຍໆກັບຄືນສູ່ການເຄື່ອນໄຫວ. 
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1 ພາບປະກອບ: TTXVN

ເວລາ 6 ໂມງເຊົ້າຂອງວັນທີ 10 ມິຖຸນາ, ກະຊວງສາທາລະນະສຸກຫວຽດນາມໄດ້ຢັ້ງຢືນວ່າບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ຈຳນວນຄົນເຈັບທີ່ຕິດເຊື້ອພະຍາດ Covid – 19 15 ຄົນ ເຊິ່ງພວມໄດ້ຮັບການປິ່ນປົວ, ໃນນັ້ນມີພຽງແຕ່ 9 ຄົນທີ່ມີຜົນກວດເປັນຜົນບວກ, ສ່ວນ 6 ຄົນທີ່ຍັງເຫຼືອແມ່ນມີຜົນກວດເປັນຜົນລົບຄັ້ງທີ 2. ດັ່ງນັ້ນ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ ແລະ ມີ ຄົນໜຶ່ງທີ່ປິນປົວຢູ່ນະຄອນໂຮ່ຈີມິນນັ້ນໄດ້ຫາຍດີເປັນປົກກະຕິແລ້ວ.

        ໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດຕອນເຊົ້າວັນທີ 10 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 7,3 ລ້ານຄົນໃນນັ້ນມີ 413.000 ຄົນເສຍຊີວິດ. ເລື່ອງໂລກລະບາດໄດ້ຫຼຸດຜ່ອນລົງຢູ່ບັນດາປະເທດເອີລົບນັ້ນ ຊ່ວຍໃຫ້ບັນດາພື້ນຖານເສດຖະກິດຂອງທະວີບນີ້ຄ່ອຍໆກັບຄືນສູ່ການເຄື່ອນໄຫວ. ເຖິງຢ່າງໃດກໍ່ຕາມ, ສະພາບການຍັງມີການຜັນແປຢ່າງສັບສົນຢູ່ທະວີບອາເມລິກາ ແລະ ບາງປະເທດຢູ່ອາຊີ ເຊິ່ງບັງຄັບໃຫ້ລັດຖະບານຫຼາຍປະເທດຕ້ອງມີຄວາມລະມັດລະວັງໃນການຊັ່ງຊາແຜນການເຊື່ອມຕໍ່ການເຄື່ອນໄຫວເສດຖະກິດຄືນໃໝ່.

        ອາເມລິກາແມ່ນປະເທດໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ Covid -19 ຫຼາຍກ່ວາ 2 ລ້ານຄົນ ແລະ ມີຜູ້ເສຍຊີວິດ 114.000 ຄົນ.

        ສ່ວນຢູ່ອາຊີ, ສະພາບການໂລກລະບາດ ຍັງຄົງ ສັບສົນຢູ່ບາງສະຖານທີ່ຮ້ອນເຮັ່ງຄື ອິນເດຍ ແລະ ອີຣານ. ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນວັນທີ 9 ມິຖຸນາ, ກະຊວງສາທາລະນະສຸກອິນໂດເນເຊຍ ຢັ້ງຢືນວ່າມີຜູ້ຕິດເຊື້ອໃໝ່ຕື່ມອີກຫຼາຍ ກ່ວາ 1000 ຄົນ, ເຊິ່ງເປັນຕົວເລກທີ່ສູງກ່ວາໝູ່ນັບແຕ່ກ່ອນມາຮອດປັດຈຸບັນ, ໃນຂະນະນັ້ນ, ຢູ່ປະເທດລາວ, ພາຍຫຼັງ ກວດພົບຜູ້ຕິດເຊື້ອຄົນທຳອິດມາເປັນເວລາ 2 ເດືອນ, ວັນທີ 9 ມິຖຸນາ, ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍກໍ່ໄດ້ອອກໂຮງໝໍແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ