ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ

(VOVWORLD) -   ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 21 ສິງຫາ ຫາເວລາ 18 ໂມງຂອງວັນທີ 22 ສິງຫາ, ຫວຽດນາມ  ຢັ້ງຢືນມີກໍລະນີຕິດເຊື້ອໃໝ່ຕື່ມອີກ 5 ຄົນ.

        ຕາມການລາຍງານຂອງອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ມີຄົນເຈັບຕິດເຊື້ອໂຄວິດ - 19 ຕື່ມອີກ 02 ຄົນ ໄດ້ຮັບການປິ່ນປົວຫາຍດີ. ເປັນອັນວ່າ, ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ 563/1014 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 25 ຄົນ ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ.

        ຢູ່ນະຄອນດ່າໜັງ, ຂະແໜງການສາທາລະນະສຸກຂອງນະຄອນ ໄດ້ສືບຫາປະຫວັດການສຳຜັດກັບຜູ້ຕິດເຊື້ອ, ເພີ່ມຄວາມໄວໃນການກວດຫາເຊື້ອ ແລະ ຈຳກັດບໍລິເວນ ໂດຍດ່ວນ ເພື່ອບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ຊຸມຊົນ. ໄລ່ຮອດຈຸດເວລານີ້, ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນ ດ່າໜັງໄດ້ຮັບການຄວບຄຸມໃນເບື້ອງຕົ້ນ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ - ảnh 1ຂະແໜງການສາທາລະນະສຸກ ນະຄອນດ່າໜັງເພີ່ມຄວາມໄວໃນການກວດຫາເຊື້ອ

        ສ່ວນຢູ່ແຂວງຫ໋າຍເຢືອງ, ໃນຕອນເຊົ້າວັນທີ 22 ສິງຫາ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ໂດຍທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ໊ຊວັນຕວຽນ ຮັບຜິດຊອບ ໄດ້ລົງກວດກາບັນດາຮາກຖານການປິ່ນປົວ, ສະຖານທີ່ແຍກຕົວ ແລະ ມີການເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງແຂວງຫ໋າຍເຢືອງ.


ເຂົ້າຮ່ວມໃນຄະນະກວດກາ, ທ່ານ ສາດສະດາຈານ ເຈິ່ນດັກຟູ,ນັກຊ່ຽວຊານຂັ້ນສູງຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່າວເຕືອນວ່າ:

 “ຕາມອົງການອະນາໄມໂລກແລ້ວ, ສະພາບການໂລກລະບາດອາດຈະແກ່ຍາວຢ່າງໜ້ອຍສຸດແມ່ນອີກ 2 ປີ, ສະນັ້ນ, ແຂວງຫ໋າຍເຢືອງຕ້ອງມີແຜນການຢ່າງລະອຽດ. ສຳລັບ ວັກຊິນປ້ອງກັນ, ໃນໂລກຍັງບໍ່ມີປະເທດໃດສາມາດຜະລິດໄດ້ເທື່ອ, ຖ້າຫາກວ່າມີ, ຢູ່ຫວຽດນາມ ໄວທີ່ສຸດກໍຈະແມ່ນທ້າຍປີ 2021 ສະນັ້ນ ພວກເຮົາຕ້ອງຕໍ່ສູ້ແບບຍາວນານກັບໂລກລະບາດດັ່ງກ່າວ.”

ຕອບກັບ

ຂ່າວ/ບົດ​ອື່ນ