(VOVWORLD) - ໄລຮອດເວລາ 1 ໂມງເຊົ້າຂອງວັນທີ 6 ພະຈິກ(ຕາມເວລາ) ໂລກຢັ້ງຢືນມີຜູ້ຕິດເຊື້ອເກືອບ 250 ລ້ານຄົນ, ໃນນັ້ນມີຫຼາຍກ່ວາ 5 ລ້ານຄົນເສຍຊີວິດ
ການສັກວັກຊິນຢູ່ອັງກິດ |
ສະເພາະຢູ່ຫວຽດນາມ, ນັບແຕ່ເວລາ 16 ໂມງ ຂອງວັນທີ 5 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 6 ພະຈິກ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 7.491 ຄົນ (ໃນນັ້ນມີ 11 ກໍລະນີມາຈາກຕ່າງປະເທດ ແລະ 7.480 ກໍລະນີຢູ່ພາຍປະເທດ) ຢູ່ 55 ແຂວງ, ນະຄອນ.
ເປັນອັນວ່າ ໄລຮອດວັນທີ 6 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 961.038 ຄົນ ຢືນອັນດັບທີ 38 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ
ໃນວັນທີ 6 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.063 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 836.284 ຄົນ
ກ່ຽວກັບສະພາບການໂລກລະບາດໃນໂລກ, ຕາມເວບໄຊ worldometers.info, ໄລຮອດເວລາ 1 ໂມງເຊົ້າຂອງວັນທີ 6 ພະຈິກ(ຕາມເວລາ) ໂລກຢັ້ງຢືນມີຜູ້ຕິດເຊື້ອເກືອບ 250 ລ້ານຄົນ, ໃນນັ້ນມີຫຼາຍກ່ວາ 5 ລ້ານຄົນເສຍຊີວິດ. ຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີໃນໂລກແມ່ນເກືອບ 230 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນ ຜູ້ຕິດເຊື້ອຫຼາຍກ່ວາ 47 ລ້ານຄົນ, ໃນນັ້ນມີເກືອບ 775.000 ຄົນເສຍຊີວິດ. ຢືນອັນດັບທີ 2 ແມ່ນອີນເດຍ, ຖັດມາແມ່ນ ບຣາຊີວ.
ໃນ 24 ຊົ່ວໂມງທີ່ຜ່ານມາຈຳນວນຜູ້ຕິດເຊື້ອຍັງບໍ່ທັນມີສັນຍານຫຼຸດລົງເທື່ອ ຂະນະທີ່ມີຈຳນວນ ຜູ້ຕິດເຊື້ອໃໝ່ເກືອບ 5 ແສນຄົນ.
ຕໍ່ໜ້າສະພາບທີ່ຈຳນວນ ຜູ້ຕິດເຊື້ອພວມຢູ່ໃນລະດັບສູງນັ້ນ, ກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກສະຫະພັນ ແລະ ບັນດາລັດຂອງເຢຍລະມັນເມື່ອວັນທີ 5 ພະຈິກ ໄດ້ເຫັນດີຈະດຳເນີນ ສັກວັກຊິນເພີ່ມເຕີມໃຫ້ໝົດທຸກຄົນ.
ໃນວັນທີ 6 ພະຈິກ, ກະຊວງສາທາລະນະສຸກ ອັງກິດໄດ້ປະກາດວ່າ ຈະອະນຸຍາດໃຫ້ປະຊາຊົນຈອງມື້ ສັກວັກຊິນເພີ່ມເຕີມ ກ່ອນທີ່ຈະມີເງື່ອນໄຂສັກວັກຊິນຢ່າງຄົບຖ້ວນ ແນໃສ່ຍູ້ໄວລະດັບການສ້າງພູມຕ້ານທານໃນຊຸມຊົນກ່ອນທີ່ລະດູໜາວວຽນມາ.