ສະ​ພາບ​ໂລກ​ລະ​ບາດ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ ໄລ່​ຮອດ​ວັນ​ທີ 23 ຕຸ​ລາ

(VOVWORLD) -ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຍັງແມ່ນ ອາເມລິກາ, ຖັດມາແມ່ນອິນເດຍ ແລະ ບຣາຊິນ.

    ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 23 ຕຸລາ (ຕາມເວລາ UTC), ທົ່ວໂລກໄດ້ຢັງຢືນມີ 243.729.114 ຄົນຕິດເຊື້ອພະຍາດໂຄວິດ 19, ໃນນັ້ນມີ 4.953.327 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວ ຫາຍດີເປັນປົກກະຕິແມ່ນ 220.854.658 ຄົນ.

ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຍັງແມ່ນ ອາເມລິກາ, ຖັດມາແມ່ນອິນເດຍ ແລະ ບຣາຊິນ.

ປະຈຸບັນ, ໃນພາກພື້ນອາເມລິກາລາຕິງ ແລະ ກາຣີເບ ມີຜູ້ເສຍຊີວິດກ່ວາ 1.5 ລ້ານຄົນໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 45,6 ລ້ານຄົນ. ເອີລົບ ມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 71 ລ້ານຄົນ, ໃນນັ້ນ ມີ 1.3 ລ້ານຄົນເສຍຊີວິດ. ສ່ວນອາຊີ ມີຜູ້ເສຍຊີວິດ 1.1 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 78,4 ລ້ານຄົນ. ອາເມລິກາເໜືອມີຜູ້ເສຍຊີວິດ 1,1 ລ້ານຄົນ, ອາຟຼິກກາ ແມ່ນກ່ວາ 216.400 ຄົນ ແລະ ທະວີບໂອເຊອານີແມ່ນກ່ວາ 3.100 ຄົນ.

ສ່ວນຢູ່ຫວຽດນາມ,ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ໃນວັນທີ 23 ຕຸລາ ແລ້ວ, ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 884.895 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 804.664 ຄົນ, ມີຜູ້ເສຍຊີວິດ 21.620 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ