ສະພາສູງມາເລເຊຍຮັບຮອງເອົາTPP

ສະພາສູງມາເລເຊຍຮັບຮອງເອົາTPP - ảnh 1
ສະພາ​ສູງ​ມາ​ເລ​ເຊຍ​ຮັບຮອງ​ເອົາ​TPP
(ພາບ: VTVNEWS)

(vovworld) – ວັນ​ທີ 28/1, ສະ​ພາ​ສູງ ມາ​ເລ​ເຊຍ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ອະນຸຍາດ​ໃຫ້​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ​ສາກົນ​ຂອງ​ປະ​ເທດ​ນີ້, ທ່ານ Mustapa Mohamad, ​ເຊັນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)  ກັບ ນິວຢີ​ແລນ ​ໃນ​ວັນ​ທີ 4/2 ຈະ​ມາ​ເຖິງ. ຮ່າງ​ກົດໝາຍ​ດັ່ງກ່າວ​ໂດຍ​ສະພາ​ສູງ ມາ​ເລ​ເຊຍ, ​ເຊິ່ງລວມມີ​ສະມາຊິກ 67 ທ່ານ​ຮັບຮອງ​ເອົາ​ດ້ວຍ​ວິທີ​ລົງມະຕິ. ກ່ອນ​ໜ້າ​ນັ້ນຕອນ​ຄຳ່​ວັນ​ທີ 27/1, ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ TPP ດ້ວຍ​ບັດ​ສະໜັບສະໜູນ 127 ບັດ ​ແລະ ບັດຄັດ​ຄ້ານ 84 ບັດ, ກ້າວ​ໄປ​ເຖິງ​​ເລື່ອງ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ເຊິ່ງລວມມີ 12 ປະ​ເທດ​ເຂົ້າ​ຮ່ວມ​ນີ້. ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ສະພາ​ສູງ​ປ່ອນ​ບັດ​ເລືອກ​ຕັ້ງ, ທ່ານ Mustapa ​ໃຫ້​ຮູ້​ວ່າ: ລັດ​ຖະບານ ມາ​ເລ​ເຊຍ ຕົກລົງ​ເຂົ້າ​ຮ່ວມ​ການ​ເຈລະຈາ TPP ຍ້ອນ ມາ​ເລ​ເຊຍ ບໍ່​ຢາກ​ຢືນ​ຢູ່​ນອກ​ຂໍ້​ຕົກລົງ​ການ​ຄ້າ​ຮອບດ້ານ, ​ໂດຍ​ໄດ້​ຖື​ເປັນ​ມາດຖານ​ໃຫ້​ແກ່​ບັນດາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ໃນ​ອະນາຄົດ.


ຂ່າວ/ບົດ​ອື່ນ