ສະພາສູງອີຢິບຮັບຮອງ ເອົາກົດໝາຍ ການເລືອກຕັ້ງ ສະພາແຫ່ງຊາດ
ສະພາສູງອີຢິບໄດ້ຮັບເອົາສິດນິຕິບັນຍັດ ຈາກ ປະທານາທິບໍດີ Mohammed Morsi (ພາບ: internet)
|
Vovworld- ສຳນັກຂ່າວສານ MENA ຂອງອີຢິບໄດ້ໃຫ້ຂ່າວເມືອ່ວັນທີ 19/1 ວ່າ ສະພາສູງອີຢິບໄດ້ຮັບຮອງເອົາກົດໝາຍປັບປຸງ 2 ສະບັບທີ່ກ່ຽວຂ້ອງເຖິງ ການເລືອກຕັ້ງສະພາແຫ່ງຊາດ ທີ່ຈະມາເຖິງ ແລະ ການປະຕິບັດສິດການເມືອງ. ເອກະສານ 2 ສະບັບດັ່ງກ່າວ ຈະຖືກສົ່ງເຖິງສານລັດຖະທຳມະນູນສູງສຸດເພື່ອພິຈາລະນາເບິ່ງວ່າ ຈະສອດຄ່ອງກັບລັດຖະທຳມະນູນທີ່ຫາກໍໄດ້ຮັບການຮັບຮອງເອົາຫຼືບໍ່. ສະພາສູງອີຢິບໄດ້ຮັບເອົາສິດນິຕິບັນຍັດ ຢ່າງເຕັມສ່ວນຈາກ ປະທານາທິບໍດີ Mohammed Morsi ໂດຍຊົ່ວຄາວ ນັບຕັ້ງແຕ່ເດືອນ 12/2012 ຈົນກ່ວາເວລາສະພາຕ່ຳໄດ້ຮັບການເລືອກຕັ້ງ.