ສະພາແຫ່ງຊາດ ຈີເລ ໄດ້ຮັບຮອງເອົາ FTA ກັບຫວຽດນາມ

ສະພາແຫ່ງຊາດ ຈີເລ ໄດ້ຮັບຮອງເອົາ FTA ກັບຫວຽດນາມ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ແລະ
ທ່ານປະທານາທິບໍດີ  Sebastian Pinera ເປັນສັກຂິພິຍານພິທີລົງນາມ
ພາບ: internet


(vovworld) - ວັນ​ທີ 14/3, ທັງ​ສະພາ​ຕ່ຳ ​ແລະ ສະພາ​ສູງ ຈີ​ເລ ​ໄດ້​ຮັບ​ຮອງ​ເອົາ​ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ ຈີ​ເລກັບ​ຫວຽດນາມ. ຂໍ້​ຕົກລົງ​ໄດ້​ຮັບຮ​ອງ​ເອົາພຽງ​ໃນ​ເວ​ລ່ 5 ວັນ​ກ່ອນ​ທ່ານ​ປະທານາທິບໍດີ ຈີ​ເລ Sebastian Pinera ​ໄປ​ຢ້ຽມຢາມ​ປະ​ເທດ​ອາຊີ​ ຈຳນວນ​ຫນຶ່ງ, ​ໃນ​ນັ້ນ​ມີ​ຫວຽດນາມ. ຫ້ອງການ​ຫນັງສື​ພິມສະພາ​ສູງ ຈີ​ເລ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ສະມາຊິກ​ສະພາ​ສູງ Jose Garcia Ruminot ກ່າວ​ຄຳ​ເຫັນ​ກ່ອນ​ລົງ​ຄະ​ແນນ​ສຽງ​ຢູ່​ສະພາ​ສູງ ​ໄດ້​ຢືນຢັນ​ວ່າ: ​ເລື່ອງ​ນຳ FTA ​ເຂົ້າ​ປະຕິບັດ​ເປັນຂີດ​ໝາຍ​​ໃຫມ່​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປັບປຸງ​ຍຸດ​ທະ​ສາດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ຄ້າ​ຂອງ ຈີ​ເລ ຢູ່ ອາຊີ. ທ່ານ Ruminot ຊີ້​ແຈງ​ວ່າ ​ເມ່ືອ FTA ມີ​ຜົນ​ສັກສິດ, ​ຈີ​ເລ ສາມາດ​ສົ່ງ​ສິນຄ້າ​ໄປ​ຍັງ​ຫວຽດນາມ​ດ້ວຍ​ອັດຕາ​ພາສີ​ບຸລະ​ມະ​ສິດ​ສຳລັບ​ບັນດາ​ຜະລິດ​ຕະພັນ​ຄື: ຊິ້ນ​ໝູ, ໝາກ​ໄມ້ ​ແລະ ນ້ຳຫວານ. ກົງກັນຂ້າມ, ຫວຽດນາມ ສາມາດ​ສົ່ງ​ສິນຄ້າ​ໄປ​ຍັງ ຈີ​ເລ ດ້ວຍບັນດາ​ຜະລິດ​ຕະພັນ​ຄື: ​ເກີບ, ​ເຂົ້າສານ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ​ແລະ ກາ​ເຟ ​ໃນອັດຕາ​ພາສີ​ຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ