ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ ແລະ ງົບປະມານ ປີ 2020, ແຜນການປີ 2021, ເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2025.
ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: baotainguyenmoitruong.vn) 

ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ໃນສະພາບການຖືກຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ນີ້, ແຕ່ຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ, ການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ ສະນັ້ນ, ພື້ນຖານເສດຖະກິດມະຫາພາກຂອງ ຫວຽດນາມ ຍັງເປັນປົກກະຕິ. ດຸນການຄ້າຂອງສິນຄ້າໃນ 9 ເດືອນຂອງປີ 2020  ມີລະດັບເກີນດຸນເກືອບ 17 ຕື້ USD. ຄາດວ່າບັນລຸ 8 ໃນຈຳນວນ 12 ຄາດໝາຍເສດຖະກິດ - ສັງຄົມ ປີ 2020 ແລະ ລື່ນກາຍຄາດໝາຍ. ກອງທຶນເງິນຕາສາກົນ ຄາດຄະເນວ່າ ປີ 2020, ຫວຽດນາມ ອາດຈະກາຍເປັນພື້ນຖານເສດຖະກິດຢືນອັນດັບທີ 4 ໃນພາກພື້ນ ອາຊຽນ. ປີ 2020, ຄາດວ່າ, ການເຕີບໂຕ GDP ຈະຢູ່ໃນລະດັບແຕ່ 2% ຫາ 3% ໃນຂະນະທີ່ຫຼາຍປະເທດໃນໂລກມີລະດັບການເຕີບໂຕເສດຖະກິດເປັນລົບ. 

     ບັນດາ ສ.ສ.ຊ ຢືນຢັນວ່າ ມີຈຸດທີ່ພົ້ນເດັ່ນຫຼາຍຢ່າງໃນຮູບພາບການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມໃນອາຍຸການທີ່ຜ່ານມາ. ນັ້ນແມ່ນລະບຽບການບໍລິຫານສືບຕໍ່ໄດ້ຮັບການປະຕິຮູບຢ່າງແຂງແຮງ, ລັດຖະບານແຫ່ງສ້າງສັນໄດ້ຮັບການຍູ້ແຮງ. ທ່ານ ວູ້ຕ້ຽນໂລກ ສ.ສ.ຊ ແຂວງ ທ້າຍບີງ ເວົ້າວ່າ :

    “ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບສາກົນ ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ອັນໄດ້ປະກອບສ່ວນເປີດກ້ວາງຂອບເຂດຕະຫຼາດ ແລະ ຊຸກຍູ້ການປະຕິຮູບລະບອບລະບຽບການຕາຮມບັນດາມາດຖານສາກົນ. ຫວຽດນາມພວມກາຍເປັນສະຖານທີ່ປອດໄພສຳລັບປະຊາຄົມວິສາຫະກິດສາກົນ ບົນເສັ້ນທາງແຫ່ງການກໍ່ສ້າງບັນດາລະບົບສະໜອງທົ່ວໂລກທີ່ປອດໄພ ແລະ ມີຄວາມຮັບຜິດຊອບຫຼາຍກ່ວາເກົ່າ”


ຕອບກັບ

ຂ່າວ/ບົດ​ອື່ນ