ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາ ບ້ວງລາຍຈ່າຍແກ່ພື້ນຖານໂຄງລ່າງ ມີມູນຄ່າ 1.200 ຕື້ USD
(VOVWORLD) -ດ້ວຍຈຳນວນບັດເຫັນດີ 228 ບັດ ແລະ ບັດຄ້ານ 206 ບັດ, ວັນທີ 5 ພະຈິກ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາບ້ວງເງິນລົງທຶນແກ່ພື້ນຖານໂຄງລ່າງ ມີມູນຄ່າ 1.200 ຕື້ USD, ເຊິ່ງເປັນຂີດໝາຍແກ່ໄຊຊະນະອັນໃຫຍ່ຫຼວງສຳລັບທ່ານປະທານາທິບໍດີ Joe Biden ພາຍຫຼັງຊຸກຍູ້ແຜນການປ່ອຍງົບປະມານນີ້ມາຫຼາຍເດືອນ.
ກອງປະຊຸມສະພາແຫ່ງຊາດ ອາເມລິກາ (ພາບ: AFP/TTXVN) |
ບ້ວງງົບປະມານດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການຍົກລະດັບຄຸນນະພາບຂົວ, ຖະໜົນຫົນທາງ ແລະ ເສັ້ນທາງລົດໄຟຂອງປະເທດນີ້ ທີ່ຖືກເປເພມາແຕ່ດົນນານ, ກໍຄືເພີ່ມະທະວີຂະຫຍາຍເຄືອຂ່າຍ ອິນເຕີເນັດ. ນີ້ແມ່ນບ້ວງລາຍຈ່າຍແກ່ພື້ນຖານໂຄງລ່າງຫຼາຍທີ່ສຸດໃນປະຫວັດສາດຂອງ ອາເມລິກາ, ເຊິ່ງໄດ້ຮັບການຮັບຮອງເອົາຈາກ ສະພາສູງ ເມື່ອເດືອນ ສິງຫາຜ່ານມາ. ແຜນງົບປະມານດັ່ງກ່າວ ຈະໄດ້ຍື່ນໃຫ້ທ່ານປະທານາທິບໍດີ Joe Biden ເຊັນປະກາດໃຊ້.
ບ້ວງງົບປະມານດັ່ງກ່າວ ພ້ອມດ້ວຍບ້ວງງົບປະມານອື່ນໆທີ່ນຳໃຊ້ເຂົ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສະຫວັດດີການສັງຄົມ ແມ່ນມາດຕະການສຳຄັນໃນໂຄງການດຳເນີນງານກ່ຽວກັບເສດຖະກິດຂອງທ່ານປະທານາທິບໍດີ Biden. ປັດຈຸບັນ, ບ້ວງລາຍຈ່າຍໃຫ້ແກ່ການຊ່ວຍໜູນສັງຄົມ ມີມູນຄ່າ 1.750 ຕື້ USD, ເຊິ່ງເປັນບ້ວງເງິນກ້ອນໃຫຍ່ທີ່ສຸດນັບແຕ່ຊຸມປີ 1960 ມາຮອດປັດຈຸບັນ ແລະ ພວມສືບຕໍ່ໄດ້ຮັບການປຶກສາຫາລື.