(VOVWORLD) -ດ້ວຍບັດເຫັນດີ 182 ບັດ ແລະ ບັດຂາວ 6 ບັດ, ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO.
ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO
(ພາບ: Reuters)
|
ວັນທີ 27 ມີນາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ໃຫ້ສັດຕະຍາບັນຂໍ້ສະເໜີເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຂອງ ແຟງລັງ, ຢຸດຕິການໂຈະໄວ້ມາເປັນຫຼາຍເດືອນ ແລະ ນຳປະເທດ ເອີລົບເໜືອ ນີ້ທີບາດກ້າວທີ່ຫຍັບເຂົ້າໃກ້ກັນການກາຍເປັນສະມາຊິກຂອງສຳພັນທະມິດການທະຫານນີ້.
ດ້ວຍບັດເຫັນດີ 182 ບັດ ແລະ ບັດຂາວ 6 ບັດ, ສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO. ການປ່ອນບັດດຳເນີນໄປພາຍຫຼັງທີ່ລັດຖະບານ ຮຸງກາຣີ ໂຈະໄວ້ມາເປັນເວລາຫຼາຍເດືອນ.
ແຟງລັງ ແລະ ຊຸແອັດ ໄດ້ປະລະນະໂຍບາຍບໍ່ຮ່ວມກຸ່ມດ້ານການທະຫານທີ່ແກ່ຍາວຫຼາຍທົດສະວັດ ແລະ ໄດ້ສົ່ງໃບຂໍເປັນສະມາຊິກ NATO ໃນເດືອນ ພຶດສະພາ ປີ 2022 ຕໍ່ໜ້າໄພນາບຂູ່ຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ອາທິດກ່ອນ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ, ສະພາແຫ່ງຊາດ ຕວັກກີ ກໍ່ຈະເລີ່ມຜັນຂະຫຍາຍການໃຫ້ສັດຕະຍາບັນເລື່ອງເຂົ້າເປັນສະມາຊິກ NATO ຂອງ ແຟງລັງ.