ປະທານສະພາແຫ່ງຊາດ ໄທ ສົມສັກ ກຽດສຸຣານົນ
(ພາບ: ອີນເຕີເນັດ)
(vovworld) - ທ່ານປະທານສະພາແຫ່ງຊາດໄທ ສົມສັກ ກຽດສຸຣານົນ ຫາກໍໃຫ້ຮູ້ວ່າ: ໃນໂຄງການດຳເນີນງານຂອງກອງປະຊຸມສາມັນຂອງສະພາແຫ່ງຊາດໄທ ເຊິ່ງໄຂຂຶ້ນໃນວັນທີ 1/8 ຈະມາເຖິງ ຈະບໍ່ພິຈາລະນາຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍ. ຮ່າງກົດໝາຍສະບັບນີ້ໄດ້ຮັບການພິຈາລະນາຢູ່ສະພາແຫ່ງຊາດໄທ ໃນສະໄໝປະຊຸມກ່ອນແລ້ວ ແຕ່ໄດ້ ປະສົບກັບການຄັດຄ້ານທີ່ຮ້າຍແຮງຈາກຝ່າຍຄ້ານຢູ່ສະພາແຫ່ງຊາດ ກໍຄືບາງອົງການສັງຄົມອື່ນ.
ທີ່ກ່ຽວຂ້ອງເຖິງເລື່ອງປັບປຸງລັດຖະທຳມະນູນໄທ (ເຊິ່ງແມ່ນບັນຫາພວມເກີດການໂຕ້ຖຽງກັນລະຫວ່າງບັນດາຝ່າຍຄ້ານຢູ່ໄທ), ທ່ານປະທານສະພາແຫ່ງຊາດໄທ ສົມສັກ ກຽດສຸຣານົນ ກໍໃຫ້ຮູ້ວ່າ: ທັດສະນະສ່ວນຕົວຂອງທ່ານແມ່ນ: ພຽງແຕ່ປັບປຸງລັດຖະທຳມະນູນຕາມແຕ່ລະຂໍ້ມາດຕາ. ເລື່ອງຕັດສິນຫຼາຍບັນຫາໃນໂຄງການດຳເນີນງານຂອງສະພາແຫ່ງຊາດ, ສ່ວນໜຶ່ງຕ້ອງປະຕິບັດຕາມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດສ່ວນຫຼາຍ, ແຕ່ເຖິງຢ່າງໃດກໍຕາມ, ຄຳເຫັນຂອງປະທານສະພາແຫ່ງຊາດໄທ ກໍ່ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງໃນການປະທະກັນລະຫວ່າງບັນດາພັກຝ່າຍການເມືອງປະຈຸບັນຢູ່ ໄທໄດ້ສ່ວນໃດສ່ວນໜຶ່ງ.