ສະພາແຫ່ງຊາດກຳປູເຈຍ ຊຸດໃໝ່ຈັດກອງປະຊຸມຄົບຄະນະເປັນຄັ້ງທຳອິດ
ສະພາແຫ່ງຊາດກຳປູເຈຍ ຊຸດໃໝ່ໄດ້ຈັດກອງປະຊຸມຄົບຄະນະເປັນຄັ້ງທຳອິດ
(ພາບ: vietnamplus.vn)
(vovworld) - ຕອນເຊົ້າວັນທີ 10 ຕຸລາ, ສະພາແຫ່ງຊາດກຳປູເຈຍ ຊຸດໃໝ່ໄດ້ຈັດກອງປະຊຸມຄົບຄະນະເປັນຄັ້ງທຳອິດ, ດ້ວຍເນື້ອໃນສຳເລັດກົນໄກໂຄງປະກອບກົງຈັດຂອງ 9 ກຳມາທິການໃນສະພາແຫ່ງຊາດ, ໃນຂະນະທີ່ສະມາຊິກພັກກູ້ຊາດ (CNRP) ຝ່າຍຄ້ານ 55 ຄົນສືບຕໍ່ຄັດຄ້ານບໍ່ເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດ. ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin, ບັນດາສະມາຊິກສະພາແຫ່ງຊາດຂອງພັກປະຊາຊົນກຳປູເຈຍ (CPP) ໄດ້ປ່ອນບັດຮັບຮອງເອົາພາກສ່ວນຕ່າງໆຂອງກຳມາທິການສະເພາະກິດຂອງສະພາແຫ່ງຊາດ. ພາຍຫຼັງກອງປະຊຸມດັ່ງກ່າວ, ສະພາແຫ່ງຊາດ ກຳປູເຈຍ ຈະເລີ່ມເຄື່ອນໄຫວດ້ວຍບົດບາດໃນອົງການນິຕິບັດຍັດສູງສຸດຂອງປະເທດດ້ວຍໂຄງປະກອບ, ພາລະໜ້າທີ່ຕາມກົດໝາຍຢ່າງຄົບຖ້ວນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານ Heng Samrin ຖືວ່າ, ເລື່ອງບັນດາສະມາຊິກ CNRP ຄັດຄ້ານວາລະປະຊຸມຂອງສະພາແຫ່ງຊາດ ແມ່ນສິດຂອງ CNRP ແລະ ບໍ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງສະພາແຫ່ງຊາດ. ແຕ່ວ່າ, ທ່ານປະທານ Heng Samrin ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກ CNRP ປ່ຽນແປງຫຼັກໝັ້ນຂອງຕົນ, ເຂົ້າຮ່ວມບັນດາວາລະປະຊຸມຂອງສະພາແຫ່ງຊາດ, ເພື່ອຜົນປະໂຫຍດລວມຂອງປະເທດ. ເລື່ອງປ່ຽນແປງຊື່ຕຳແໜ່ງການນຳສະພາແຫ່ງຊາດ, ບັນດາກຳມາທິການສະພາແຫ່ງຊາດ ພຽງແຕ່ຍົກອອກມາປຶກສາຫາລືເມື່ອ CNRP ແລະ CPP ມີຄວາມເຫັນດີເຫັນພ້ອມດ້ານການເມືອງເທົ່ານັ້ນ.