ສະພາແຫ່ງຊາດກຳປູເຈຍຄັກຄ້ານຖ້ອຍທຳນອງລະເມີດລັດຖະທຳມະນູນຂອງພັກ CNRP
ວາລະໄຂກອງປະຊຸມສະພາແຫ່ງຊາດກຳປູເຈຍເມື່ອວັນທີ 23/9
(ພາບ: TTXVN)
|
(Vovworld)- ຕໍ່ໜ້າຄຳຖະແຫຼງຂອງພັກກູ້ຊາດ CNRP ທີ່ແນໃສ່ຄັດຄ້ານ ແລະ ບໍ່ຮັບຮູ້ສະພາແຫ່ງຊາດ ແລະ ລັດຖະບານໃໝ່ນັ້ນ, ສະພາແຫ່ງຊາດກຳປູເຈຍໄດ້ ອອກແຈ້ງການແນະນຳຕໍ່ປວງຊົນ ຊຶ່ງຄັດຄ້ານບັນດາຖ້ອຍທຳນອງລະເມີດລັດຖະທຳມະນູນຂອງພັກກູ້ຊາດ CNRP. ແຈ້ງການລົງວັນທີ 27/9 ລວມມີ 6 ຂໍ້ ຢືນຢັນເລື່ອງພັກກູ້ຊາດ CNRP ອອກຖະແຫຼງການບໍ່ຮັບຮູ້ລັດຖະບານອາຍຸການທີ 5 ແມ່ນການກະທຳລະເມີດກົດໝາຍ. ສະພາແຫ່ງຊາດກຳປູເຈຍຖະແຫຼງວ່າ ໃນການເຈລະຈາລະຫວ່າງການນຳພັກປະຊາຊົນກຳປູເຈຍ CPP ແລະ ພັກກູ້ຊາດ CNRP ຫວ່າງແລ້ວນີ້ ຕາມການສະເໜີຂອງກະສັດກຳປູເຈຍ, ພັກກູ້ຊາດ CNRP ໄດ້ຍອມຮັບວ່າ ພັກປະຊາຊົນກຳປູເຈຍ CPP ຍາດໄດ້ 68 ທີ່ນັ່ງ ແລະ ພັກກູ້ຊາດ CNRP ຍາດໄດ້ 55 ທີ່ນັ່ງໃນ ສະພາແຫ່ງຊາດອາຍຸການທີ່ 5. ຖະແຫຼງການຂອງ ພັກກູ້ຊາດ CNRP ທີ່ບໍ່ຮັບຮູ້ລັດຖະບານອາຍຸການທີ 5 ແມ່ນການກະທຳໄປຝືນກັບລັດຖະທຳມະນູນຂອງລາຊະອານາຈັກກຳປູເຈຍ ແລະ ລະບອບປະຊາທິປະໄຕ, ຕ້ານຄືນກະສັດແຫ່ງ ລາຊະອານາຈັກກຳປູເຈຍ.