ສະພາແຫ່ງຊາດຊຸດທີ8ຂອງລາວຈະຈັດຕັ້ງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກໃນວັນທີ20/04ຈະມາເຖິງ


ສະພາແຫ່ງຊາດຊຸດທີ8ຂອງລາວຈະຈັດຕັ້ງກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກໃນວັນທີ20/04ຈະມາເຖິງ - ảnh 1
ທ່ານ ກຸ​ແກ້ວ ອັກຄະ​ມົນຕີ ​ປະທານ​ກຳມາ​ທິການ​
ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ລາວ
(ພາບ: vietnam+)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ ຕອນ​ບ່າຍວັນ​ທີ 11/04 ທີ່ສຳນັກງານສະພາ​ແຫ່ງ​ຊາດ ລາວ ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ ກຸ​ແກ້ວ ອັກຄະ​ມົນຕີ ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ລາວ ກ່ຽວ​ກັບ​ເລື່ອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ຂອງ ລາວ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງປະຖົມມະ​ເລີກ​ໃນ​ລະຫວ່າງ​ວັນ​ທີ 20 – 23/04 ຈະ​ມາ​ເຖິງ. ທ່ານ ດຣ ກຸ​ແກ້ວ ອັກຄະ​ມົນຕີ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ສະ​ໄໝ​ສາມັນ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ ມີ​ຄວາມໝາຍ​ສຳຄັນ​ທີ່​ສຸດ ​ເພາະວ່າ ຈະ​ຕັດສິນ ​ແລະ ຮັບຮອງ​ເອົາບັນດາ​ບັນ​ຫາ​ສຳຄັນ​ພື້ນຖານຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ເລື່ອງ​ພິຈາລະນາ​ຮັບຮອງ​ເອົາ​ອົງ​ປະກອບ​ກົງ​ຈັກການ​ຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ​ຂອງ​ສະພາ​ແຫ່ງ​ຊາດ, ​ເລືອກ​ຕັ້ງ​ປະທານ​ປະ​ເທດ ​ແລະ ຮອງ​ປະທານ​ປະ​ເທດ, ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີ ​ແລະ ຮັບຮອງ​ເອົາ​​ອົງ​ປະກອບ​ກົງການຈັກ​ຈັດ​ຕັ້ງ​ຂອງ​ລັດຖະບານ; ​ແຕ່ງ​ຕັ້ງ​ບັນດາ​ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະບານ​ຊຸດ​ໃໝ່; ​ເລືອກ​ຕັ້ງ​ຫົວ​ໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ປະທານ​ສານ​ປະຊາຊົນ​ສູງ​ສຸດ. ກອງ​ປະຊຸມ​ສະ​ໄໝ​ສາມັນ​ກໍ່​ຈະ​ພິຈາລະນາ​ຮັບຮອງ​ເອົາ​ບັນດາ​ບັນຫາ​ສຳຄັນ​ອື່ນໆ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ ແມ່ນຮັບ​ຟັງບົດ​ລາຍ​ງານ​ກ່ຽວກັບໝາກຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ນະ​ຄອນ; ວິ​ໄສ​ທັດ 2030 ​ແລະ ຍຸ​ດທະ​ສາດ​ເຖິງ​ປີ 2025; ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ແຫ່ງ​ຊາດ​ໄລຍະ 5 ປີ​ຄັ້ງ​ທີ 8 (2016 - 2020) ​ແລະ ​ແຜນການ​ງົບປະມານ​ແຫ່ງ​ລັດ​ໄລຍະ 5 ປີ (2015 - 2020) ຂອງ​ລັດຖະບານ; ກໍ່​ຄື​ແຜນການ​ດຳ​ເນີນ​ງານ​ໄລຍະ 5 ປີ (2015 – 2020) ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8.

ຂ່າວ/ບົດ​ອື່ນ