ສະພາແຫ່ງຊາດຍີ່ປຸ່ນສະຫງວນງົບປະມານຫຼາຍໃນລະດັບສະຖິຕິເພີ່ມທະວີກຳລັງແຮງດ້ານປ້ອງກັນປະເທດ
(ພາບປະກອບ: EPA/TTXVN)
(vovworld) - ວັນທີ 17/03, ສະພາແຫ່ງຊາດຍີ່ປຸ່ນ ໄດ້ປະກາດໃຊ້ງົບປະມານຫຼາຍໃນລະດັບສະຖິຕິເກືອບ 880 ຕື້ USD ໃຫ້ປີງົບປະມານ 2017 (ເລີ່ມແຕ່ວັນທີ 01/04 ຈະມາເຖິງ) ເພື່ອແນໃຊ້ຈ່າຍໃຫ້ການຮັບປະກັນຊີວິດສັງຄົມເພີ່ມຂຶ້ນຢ່າງແຮງ, ເພີ່ມທະວີກຳລັງຄວາມສາມາດປ້ອງກັນປະເທດ ແລະ ຟື້ນຟູພື້ນຖານເສດຖະກິດພວມອຶດອາດຊັກຊ້າຍ້ອນໄພເງິນເຟີ້. ສະພາສູງຍີ່ປຸ່ນ, ໂດຍສຳພັນທະມິດກຳອຳນາດເຊິ່ງລວມມີພັກປະຊາທິປະໄຕເສລີ (LDP) ແລະ ພັກ Komeito ຄວບຄຸມ, ໄດ້ຮັບຮອງເອົາຮ່າງງົບປະມານດັ່ງກ່າວ ໃນວັນທີ 27/03 ພາຍຫຼັງທີ່ສະພາຕ່ຳຮັບຮອງເອົາໃນວັນທີ 27/02. ນີ້ແມ່ນປີທີ 5 ທີ່ງົບປະມານການໃຊ້ຈ່າຍໃຫ້ແກ່ວຽກງານການປ້ອງກັນປະເທດຂອງຍີ່ປຸ່ນ ເພີ່ມຂຶ້ນຢ່າງລຽນຕິດ.
ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ Kyodo ໃຫ້ຂ່າວວ່າ: ກຳລັງປ້ອງກັນໜ້າດິນຍີ່ປຸ່ນ (GSDF) ພວມກະກຽມສ້າງກຳລັງຍົກພົນຄ້າຍຄືກັນກັບກຳລັງທະຫານເຮືອບຸກຕີທາງບົກຂອງອາເມລິກາ.