ສະ​ພາ​ແຫ່ງ​ຊາດ​​ດ​ຳ​ເນີນ​ການພົ້ນ​ຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົນ​ຕີ​​ສຳ​ລັບທ່ານ ຫງວຽ​ນ​ຊວັນ​ຟຸກ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານ ຫງວຽນຊວັນຟຸກ ຍັງສືບຕໍ່ປະຕິບັດໜ້າທີ່ ນາຍົກລັດຖະມົນຕີ ຈົດຮອດເວລາມອບສິດໜ້າທີ່ໃຫ້ແກ່ນາຍົກລັດຖະມົນຕີ ຄົນຕໍ່ໄປ.
ສະ​ພາ​ແຫ່ງ​ຊາດ​​ດ​ຳ​ເນີນ​ການພົ້ນ​ຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົນ​ຕີ​​ສຳ​ລັບທ່ານ ຫງວຽ​ນ​ຊວັນ​ຟຸກ ຢ່າງ​ເປັນ​ທາງ​ການ - ảnh 1ບັນດາຜູ້ແທນລົງປ່ອນບັດຮັບຮອງເອົາການພົ້ນຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
(ພາບ: VGP)

ຕອນເຊົ້າວັນທີ 2 ເມສາ, ຢູ່ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV, ທ່ານປະທານປະເທດ ໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບການອະພິປາຍ, ຮັບຟັງຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການພົ້ນຕຳແໜ່ງນາຍົກລັດຖະມົນຕີ. ພາຍຫຼັງປຶກສາຫາລືຢູ່ຄະນະ, ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງນາຍົກລັດຖະມົນຕີ ດ້ວຍຮູບການປ່ອນບັດລັບ.

ຮ່າງມະຕິກ່ຽວກັບການພົ້ນຕຳແໜ່ງ ນາຍົກລັດຖະມົນຕີກໍ່ໄດ້ຮັບການລົງຄະແນນສຽງຮັບຮອງເອົາຈາກ ສະພາແຫ່ງຊາດ ດ້ວຍ 446/452 ສະມາຊິກທີ່ເຂົ້າຮ່ວມການລົງຄະແນນສຽງເຫັນດີ (ກວມເອົາ 92,92% ຍອດຈຳນວນສະມາຊິກສະພາແຫ່ງຊາດ).

        ທ່ານ ຫງວຽນຊວັນຟຸກ ຍັງສືບຕໍ່ປະຕິບັດໜ້າທີ່ ນາຍົກລັດຖະມົນຕີ ຈົດຮອດເວລາມອບສິດໜ້າທີ່ໃຫ້ແກ່ນາຍົກລັດຖະມົນຕີ ຄົນຕໍ່ໄປ.

        ແລະກໍ່ໃນຕອນເຊົ້າວັນທີ 2 ເມສາ, ສະພາແຫ່ງຊາດໄດ້ດຳເນີນຂັ້ນຕອນພົ້ນຕຳແໜ່ງປະທານປະເທດ. ຄະນະປະຈຳສະພາແຫ່ງຊາດໄດ້ຍື່ນໜັງສືພົ້ນຕຳແໜ່ງສຳລັບທ່ານ ຫງວຽນຝຸຈ້ອງ ປະທານປະເທດ ຫວຽດນາມ ຕໍ່ສະພາແຫ່ງຊາດ. ບັນດາຜູ້ແທນສະມາຊິກສະພາແຫ່ງຊາດທີ່ໄດ້ປຶກສາຫາລືຢູ່ຄະນະ ກ່ຽວກັບເລື່ອງພົ້ນຕຳແໜ່ງປະທານປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ