ສະພາແຫ່ງຊາດຕວັກກີຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຜັນຂະຫຍາຍທະຫານໄປເຖິງລີບີ

(VOVWORLD) -ຮ່າງກົດໝາຍສະບັບໃໝ່ໄດ້ກຳນົດວ່າ ກອງທັບປະເທດນີ້ໄດ້ອະນຸຍາດໃຫ້ຜັນຂະຫຍາຍທະຫານໄປເຖິງລີບີ ໃນກໍລະນີສຸກເສີນດ້ວຍໜ້າທີ່ອາດຈະແກ່ຍາວເປັນເວລາ 1 ປີ.
ສະພາແຫ່ງຊາດຕວັກກີຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຜັນຂະຫຍາຍທະຫານໄປເຖິງລີບີ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 02 ມັງກອນ, ສະພາແຫ່ງຊາດຕວກກີໄດ້ຮັບຮອງເອົາຮ່າງກົດໝາຍອະນຸຍາດໃຫ້ຜັນຂະຫຍາຍທະຫານໄປເຖິງລີບີ ເພື່ອແນໃສ່ໜູນຊ່ວຍລັດຖະບານ ເຊິ່ງໄດ້ຮັບການໜູນຫຼັງຈາກສະຫະປະຊາຊາດ ຢູ່ Tripoli. ຕາມທ່ານປະທານສະພາແຫ່ງຊາດຕວັກກີ Mustafa Sentop ແລ້ວ, ດ້ວຍບັດເຫັນດີ 325 ບັດ ແລະ ບັດຄັດຄ້ານ 184 ບັດ, ຮ່າງກົດໝາຍສະບັບດັ່ງກ່າວໄດ້ຮັບການຮັບຮອງເອົາທີ່ສະພາແຫ່ງຊາດ. ຮ່າງກົດໝາຍສະບັບໃໝ່ໄດ້ກຳນົດວ່າ ກອງທັບປະເທດນີ້ໄດ້ອະນຸຍາດໃຫ້ຜັນຂະຫຍາຍທະຫານໄປເຖິງລີບີ ໃນກໍລະນີສຸກເສີນດ້ວຍໜ້າທີ່ອາດຈະແກ່ຍາວເປັນເວລາ 1 ປີ.

          ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ອານກາຣາ ຍາກທີ່ຈະຜັນຂະຫຍາຍທະຫານໄດ້ໃນທັນທີ, ແທນທີ່ນັ້ນແມ່ນຈະສົ່ງເຄື່ອງອຸປະກອນ ແລະ ບັນດານັກຊ່ຽວຊານໄປເຖິງຊີບີ.

ຕອບກັບ

ຂ່າວ/ບົດ​ອື່ນ