ບັນດາ ສສຊ ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງພາສີ
ພາບ: internet
|
(vovworld) - ວັນທີ 25/10, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຶກສາຫາລືກ່ຽວກັບຮ່າງກົດໝາຍສະຫະກອນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງພາສີ. ນີ້ແມ່ນຮ່າງກົດໝາຍ 2 ສະບັບສຳຄັນທີ່ຍື່ນສະໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາຂອງແຫ່ງຊາດຊຸດທີ 13 ນີ້.
ສຳລັບຮ່າງກົດໝາຍສະຫະກອນ (ສະບັບປັບປຸງ), ບັນດາ ສສຊ ໄດ້ຢືນຢັນວ່າທາດແທ້ຂອງສະຫະກອນແມ່ນຕ່າງກັບວິສາຫະກິດກ່ຽວກັບຈຸດໝາຍສ້າງຕັ້ງ, ການພົວພັນກຳມະສິດ, ການພົວພັນທາງດ້ານເສດຖະກິດ… ກ່ຽວກັບນະໂຍບາຍຂອງລັດສຳລັບສະຫະກອນ, ທ່ານ Danh Ut, ສສຊ ແຂວງ Kien Giang, ປະກອບຄວາມເຫັນວ່າ:
”ການພັດທະນາສະຫະກອນບໍ່ພຽງແຕ່ມີຄວາມໝາຍສຳຄັນທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນທາງດ້ານສັງຄົມອີກດ້ວຍ. ສະຫະກອນແມ່ນອົງການເສດຖະກິດ, ທັງແມ່ນອົງການຈັດຕັ້ງສັງຄົມ, ເຕົ້າໂຮມຜູ້ອອກແຮງງານ, ບັນດາຄອບຄົວ, ຮາກຖານຜະລິດຂະໜາດນ້ອຍ. ນີ້ແມ່ນກຳລັງແຮງງານສັງຄົມທີ່ໃຫຍ່ຫຼວງ, ແຕ່ສ່ວນຫຼາຍເຂົາເຈົ້າພັດແມ່ນຊາວກະສີກອນ, ຄົນທຸກຍາກ, ຈຳກັດທາງດ້ານເຕັກນິກ ແລະ ທຶນ. ດັ່ງນັ້ນລັດຄວນມີນະໂຍບາຍບຸລິມະສິດ, ໜູນຊ່ວຍສະຫະກອນຫຼາຍກວ່າບັນດາຮູບການວິສາຫະກິດອື່ນໆ”.
ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງພາສີ, ບັນດາ ສສຊ ໄດ້ສະເໜີປັບປຸງຈຸດໝາຍຂອງຮ່າງກົດໝາຍ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ເສຍພາສີ, ຫຼຸດຜ່ອນຄ່າທຳນຽມ, ໄລຍະເວລາເສຍພາສີ, ພ້ອມທັງເພີ່ມທະວີລັກສະນະປະສິດທິຜົນຂອງວຽກງານຄຸ້ມຄອງພາສີ, ແນໃສ່ຕ້ານການເກັບພາສີບໍ່ຄົບ, ຫຼຸດຜ່ອນໜີ້ພາສີ. ທ່ານ Than Duc Nam, ສສຊ ນະຄອນດ່ານັ້ງ, ປະກອບຄວາມເຫັນວ່າ:
“ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ ປີ 2006 ໄດ້ລະບຸໄລຍະເສຍພາສີສຳລັບສິນຄ້ານຳເຂົ້າແມ່ນ 275 ມື້ນັບແຕ່ມື້ແຈ້ງຫນັງສືພາສີ. ຮ່າງກົດໝາຍຄັ້ງນີ້ປັບປຸງຕາມທິດສິນຄ້ານຳເຂົ້າສົ່ງອອກຕ້ອງເສຍພາສີກ່ອນເມື່ອທີ່ໄດ້ຮັບຮອງເອົາ ຫລືໄດ້ຜ່ານແດນ. ຂ້າພະເຈົ້າຖືວ່າ ການປັບປຸງຄືແນວນັ້ນແມ່ນຈຳກັດປະກົດການສວຍໃຊ້ນະໂຍບາຍຕໍ່ກຳນົດເວລາເສຍພາສີເພື່ອຫນີ້ພາສີ, ແຕ່ຂໍ້ກຳນົດນີ້ ຈະສົ່ງຜົນສະທ້ອນເຖິງນະໂຍບາຍສົ່ງເສີມການສົ່ງອອກສ່ວນໃດຫນຶ່ງ, ກໍຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ.”