ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)
(ທ່ານ ຫງວຽນວັນເຢົາ, ກຳມະການຄະນະປະຈຳສະພາແຫ່ງຊາດ,
ຫົວໜ້າກຳມາທິການເສດຖະກິດ)
(vovworld) – ຕອນເຊົ້າວັນທີ 10/11, ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ດຳເນີນຢູ່ຫໍປະຊຸມ ເພື່ອຮັບຟັງທ່ານ ຫງວຽນວັນເຢົາ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການເສດຖະກິດ ສະເໜີບົດລາຍງານ, ອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນກ່ຽວກັບຮ່າງກົດໝາຍດັ່ງກ່າວ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊີ້ນຳກອງປະຊຸມ. ບົດລາຍງານອະພິປາຍ, ຮັບເອົາຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) ໃຫ້ຮູ້ວ່າ: ບົນພື້ນຖານຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳອົງການທີ່ກ່ຽວຂ້ອງປະຕິບັດການເຕົ້າໂຮມ, ກວດກາຄືນ ແລະ ສ້າງບັນຊີລາຍຊື່ຂະແໜງ, ອາຊີບທີ່ຫ້າມລົງທຶນດຳເນີນທຸລະກິດ ແລະ ບັນຊີລາຍຊື່ຂະແໜງອາຊີບລົງທຶນດຳເນີນທຸລະກິດທີ່ມີເງື່ອນໄຂຕາມຫຼັກການ: ກວດກາຄືນ, ຍົກເລິກບັນດາຂໍ້ກຳນົດທີ່ຊ້ອນກັນໃນບັນຊີລາຍຊື່ຂະແໜງ, ອາຊີບທີ່ຫ້າມດຳເນີນທຸລະກິດຕາມກົດໝາຍວິສາຫະກິດ, ບັນຊີລາຍຊື່ຂົງເຂດຫ້າມລົງທຶນຕາມກົດໝາຍວ່າດ້ວຍການລົງທຶນ… ພ້ອມທັງມ້ອນໂຮມບັນຊີລາຍຊື່ດັ່ງກ່າວເຂົ້າເປັນກັນເພື່ອກຳນົດບັນດາຂະແໜງ, ອາຊີບທີ່ຫ້າມລົງທຶນດຳເນີນທຸລະກິດໃນກົດໝາຍວ່າດ້ວຍການລົງທຶນ. ມີບາງຄຳເຫັນສະເໜີປັບປຸງຄວາມສຳນຶກນັກລົງທຶນຕ່າງປະເທດໃຫ້ເໝາະສົມກວ່າ ແລະ ປັບປຸງຄວາມສຳນຶກກ່ຽວກັບນັກລົງທຶນພາຍໃນປະເທດ.
ຕອນເຊົ້າວັນທີ 10/11, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).