ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການສອນວິຊາຊີບ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການສອນວິຊາຊີບ - ảnh 1
ພາບ​ປະ​ກອບ

(vovworld) – ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 5/11, ສະ​ພ​າ​ແຫ່ງ​ຊາດ​​ໄດ້​ດຳ​ເນີນ​ວາ​ລະປະ​ຊຸ​ມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ ຮັບ​ຟັງ​ທ່ານ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸກ, ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ຮ​່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ແລະ ຜູ້​ແທນ​ສະ​ພາ ປ​ຊ​ຊ. ທ່ານ​ຫົວ​ໜ້າ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ ສະ​ພາ​ແຫ່ງ​ຊາດ ຟານ​ຈູງຫຼີ ສະ​ເໜີ​ບົດ​ລາຍ​ງານກວດ​ກາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ເປັນ​ປະ​ທານກອງ​ປະ​ຊຸມ.

        ບົດ​ສະ​ເໜີ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສ​ສ​ຊ ແລະ ຜູ້​ແທນ​ສະ​ພາ ປ​ຊ​ຊ, ໂດຍທ່ານ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ແຮ້ງ​ຟຸກ ສະ​ເໜີ​ຊີ້​ແຈ້ງວ່າ: ກົດ​ໝາຍ​ວ່າ​ດ້ວຍ​ການ​ເລ​ືອ​ກ​ຕັ້ງ​ແມ່ນ​ກົດ​ໝາຍ​ສຳ​ຄັນ​ກຳ​ນົດ​ກ່ຽວ​ກັບ​ສິດ​ເລືອກ​ຕັ້ງ, ອອກ​ສະ​ໝັກ​ເລືອກ​ຕັ້ງ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິດ​ການ​ເມືອງ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​​ທີ່ໄດ້​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ. ດັ່ງ​ນັ້ນ, ເລື່ອງ​ສ້າງ​ຮ່າງ​ກົດ​ໝາຍນີ້​ຕ້ອງ​ຮັບ​ປະ​ກັນ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ສ້າງ​ກົນ​ໄກ​ການ​ເລືອກ​ຕັ້ງ ສ​ສ​ຊ, ຜູ້​ແທນ​ສະ​ພາ ປ​ຊ​ຊ ທຸກ​ຂັ້ນ ແລະ ຮັບ​ປະ​ກັນ​ຄວາມ​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ຂອງ​ລະ​ບົບ​ກົດ​ໝາຍ​ເພື່ອ​ໃຫ້​ພົນ​ລະ​ເມືອງ​ປະ​ຕິ​ບັດ​ສິດ​ເລືອກ​ຕັ້ງ, ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຕົນ.

        ກໍ່​ໃນ​ຕອ​ນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ທ່ານ ດ່​າວ​ຈ້ອງ​ທີ, ​ຫົວ​ໜ້າກ​ຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊາວ​ໜຸ່ມ, ເຍົາ​ວະ​ຊົນ ແລະ ​ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ບົດ​ລາຍ​ງານ​ອະ​ພິ​ປາຍ, ປ​ະ​ກອບ​ຄຳ​ເຫັນ, ປັບ​ປຸງ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສອນ​ວິ​ຊາ​ຊີບ ແລະ ປຶກ​ສາ​ຫາ​ລື​ທີ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອ​ງ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້.


ຂ່າວ/ບົດ​ອື່ນ