ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາ ແລະ ພັດທະນາປ່າ(ສະບັບປັບປຸງ)

(VOVWORLD) - ຕອນເຊົ້າວັນທີ 19 ມິຖຸນາ ທີ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາ ແລະ ພັດທະນາປ່າ (ສະບັບປັບປຸງ)
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາ ແລະ ພັດທະນາປ່າ(ສະບັບປັບປຸງ) - ảnh 1 ທ່ານ ຫງວຽນວັນມານ ສະມາຊິກສະພາແຫ່ງຊາດແຂວງ ກວາງບີງ 

ປຶກສາຫາລືກ່ຽວກັບການຈັດປະເພດປ່າ, ບາງຄຳເຫັນແມ່ນເຫັນດີຕໍ່ການກຳນົດ 3 ປະເພດຄືຮ່າງກົດໝາຍແມ່ນ: ປ່າຊົມໃຊ້ພິເສດ, ປ່າປ້ອງກັນ ແລະ ປ່າຮັບໃຊ້ການຜະລິດ ທ່ານ ຫງວຽນວັນມານ ສະມາຊິກສະພາແຫ່ງຊາດແຂວງ ກວາງບີງ ໄຈ້ແຍກວ່າ:

        “ເລື່ອງຈັດແບ່ງປະເພດຄືດັ່ງກ່າວແມ່ນເໝາະສົມກັບການຈັດແບ່ງຂອງຫລາຍປະເທດໃນໂລກ. ເຂົາເຈົ້າຈັດເປັນ 2 ປະເພດຕົ້ນຕໍ ນັ້ນແມ່ນ ປ່າເສດຖະກິດ ແລະ ປ່າປ້ອງກັນ ເພື່ອໃນອະນາຄົດ ພວກເຮົາຈະສະດວກໃນວິວັດການເຊື່ອມໂຍງ ແລະ ຮ່ວມມືເຂົ້າກັບສາກົນ. ພິເສດແມ່ນໃນເລື່ອງປະຕິບັດການຄຸ້ມຄອງປ່າແບບຍືນຍົງ ແລະ ມອບໃບຢັ້ງຢືນປ່າ ເພື່ອກຳນົດຕົ້ນກຳເນີດຂອງໄມ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ບັນດາເນື້ອໃນອື່ນໆ”.

ຕອບກັບ

ຂ່າວ/ບົດ​ອື່ນ