ສະພາແຫ່ງຊາດປຶກສາຫາລືບຸກຄະລາກອນຂອງສະພາແຫ່ງຊາດແລະຮ່າງກົດໝາຍບາງສະບັບ

ສະພາແຫ່ງຊາດປຶກສາຫາລືບຸກຄະລາກອນຂອງສະພາແຫ່ງຊາດແລະຮ່າງກົດໝາຍບາງສະບັບ - ảnh 1
ພາບປະກອບ

(vovworld) – ວັນ​ທີ 16/11, ​​ສະພ​າ​ແຫ່ງ​ຊາດ​ປຶກສາ​ຫາລື​ບຸກຄະລາ​ກອນ​ຂອງ​ສະພາ​ແຫ່ງ​ຊາດ​ແລະ​ຮ່າງ​ກົດ​ໝາຍ​ບາງ​ສະບັບ. ດ້ວຍ​ບັດ​ສະໜັບສະ​ໜູນ​ສ່ວນ​ຫຼາຍ, ສະພາ​ແຫ່ງ​ຊາດ​ໄດ້​ປ່ອນ​ບັດ​​ເລືອກ​ຕັ້ງບາງ​ຕຳ​ແໜ່​ງຄື: ກຳມະການຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການ​ວັດທະນະທຳ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ​້າກຳມາ​ທິການ​ພົວພັນ​ຕ່າງ​ປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ.

        ກໍ່​ໃນ​ວັນ​ທີ 16/11, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ກວດກາ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງລັດ. ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ຢັ້ງຢືນ​ຢ່າງ​ຈະ​ແຈ້ງ​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນຂອງລັດ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ຢ່າງ​ຄົບ​ຊຸດ, ​ເປັນ​​ເອກະ​ພາບ, ​ແກ້​ໄຂ​ສະພາບ​ການ​ລົງທຶນບໍ່​ມີ​ຈຸດ​ສຸມ, ຟຸມ​ເຟືອຍ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ລົງ​ທຶນຂອງ​ລັດ​ຖືກ​ກັບ​ຈຸດໝາຍ, ກຳນົດ​ທິດ​ຍຸດ​ທະ​ສາດ, ​ແຜນ​ພັດທະນາ​​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ວັນ​​ເຢົ່າ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ກວດກາ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ແຫ່ງ​ລັດ, ຊີ້​ແຈ້ງວ່າ:

        “ບາງ​ຄຳ​ເຫັນ​ສະ​ເໜີ​ຕີ​ລາຄາ​ຜົນ​ສະທ້ອນ​ເມື່ອ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງລັດ ​ເຖິງ​ບັນດາ​ກົດ​ໝາຍ​​ທ່ີ​ກ່ຽວ​ຂ້ອງ​ໃນປະຈຸ​ບັນ, ບັນດາ​ຂໍ້​ກຳນົດ​ທີ່​ຕ່າງ​ກັບກົດໝາຍ​ສະບັບ​ນີ້​ຍັງ​ມີ​ຜົນ​ສັດ​ສິດ ​ແລະ ສືບ​ຕໍ່ ຫຼື​ບໍ່​ສຶບຕໍ່​ປະຕິບັດ. ສະ​ເໜີ​ຮ່າງ​ກົດໝາຍ​ຄວນເພີ່ມ​ເຕີມ​ຂໍ້ກຳນົດ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ນຳ​ໃຊ້​ທຶນ​ຂອງລັດ​ເພື່ອ​ລົງທຶນ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ​ຂອງລັດ”

        ກໍ່​ໃນ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງ​ຂັນ, ຍ້ອງຍໍ​ຊົມ​ເຊີຍ ​ແລະ ປຶ​ກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບ​ປັງ).

ຂ່າວ/ບົດ​ອື່ນ