ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ
|
(vovworld)-ໂດຍສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ 13, ຕອນເຊົ້າວັນທີ 19/6 ບັນດາສະມາຊິກສະພາແຫ່ງຊາດ( ສສຊ) ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ. ນອກຈາກຄວາມເຫັນດີທີ່ວ່າ: ການປະກາດໃຊ້ກົດໝາຍວ່າດ້ວຍວຽກເຮັດງານທຳແມ່ນມີຄວາມຈຳເປັນທີ່ສຸດເພື່ອພ້ອມກັບບັນດານິຕິກຳອື່ນປັບປຸງການພົວພັນກ່ຽວກັບວຽກເຮັດງານທຳໃນປະຈຸບັນ, ບັນດາ ສສຊ ຍັງເຕື້ອງເຖິງຫລາຍບັນຫາຄື: ຫນູນຊ່ວຍວຽກເຮັດງານທຳໃຫ້ແກ່ຊາວຫນຸ່ມ, ຫນັງສືຢັ້ງຢືນຄວາມສາມາດ້ານວິຊາຊີບແຫ່ງຊາດ, ເປີດກວ້າງເປົ້າໝາຍທີ່ໄດ້ຊົມໃຊ້ປະກັນໄພວ່າງງານ, ຮູບແບບຈັດຕັ້ງການບໍລິການວຽກເຮັດງານທຳ, ບັນດານະໂຍບາຍຂອງລັດກ່ຽວກັບວຽກເຮັດງານທຳ.. ກ່ຽວກັບນະໂຍບາຍຫນູນຊ່ວຍສິນເຊື່ອເພື່ອສ້າງວຽກເຮັດງານທຳ, ທ່ານນາງ ຫງວຽນທິຟຸກ,ສສຊ ແຂວງ ບີ່ງທ້ວນ ຍົກຄຳເຫັນວ່າ:
“ບັນດາເປົ້າໝາຍໄດ້ຮັບບຸລິມະສິດກູ້ຢືມທຶນຈາກກອງທຶນແຫ່ງຊາດ ນອກຈາກເປົ້າໝາຍແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຄອບຄົວດຳເນີນທຸລະກິດ, ສະຫະກອນນຳໃຊ້ຄົນງານຍິງຫລາຍຄົນ, ຄົນງານແມ່ນຄົນພິການ, ຊາວຊົນເຜົ່າສ່ວນຫນ້ອຍແລ້ວ. ຂ້າພະເຈົ້າສະເຫນີເພີ່ມເຕີມເປົ້າໝາຍຄືຫລາຍຄົນ: ບັນດາວິສາຫະກິດເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ, ເຂດຊົນເຜ່ົາສ່ວນຫນ້ອຍ ພິເສດແມ່ນບັນດາວິສາຫະກິດສ້າງວຽກເຮັດງານທຳຢູ່ກັບທີ່.”