ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະ
ໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13
(ພາບ: mof.gov.vn)
(vovworld) – ຕອນເຊົ້າວັນທີ 3/11 ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13 ສືບຕໍ່ປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2015 ແລະ ແຜນການພັດທະນາເສດຖະກິດ - ສັງຄົມປີ 2016. ສະມາຊິກສະພາແຫ່ງຊາດບາງທ່ານຖືວ່າ: ລັດຖະບານຄວນສືບຕໍ່ສຸມໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່ໃນ 3 ຂົງເຂດຈຸດສຸມແມ່ນ: ການລົງທຶນພາກລັດ, ສ້າງໂຄງປະກອບລະບົບທະນາຄານ ແລະ ບັນດາກຸ່ມບໍລິສັດເສດຖະກິດຄືນໃໝ່. ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ກໍແມ່ນໜ້າທີ່ຈຸດສຸມ, ສ້າງບາດກ້າວບຸກທະລຸໃນໄລຍະ 2016 – 2020. ທ່ານ ທ່າວຮົ່ງເຊີນ ສະມາຊິກສະພາແຫ່ງຊາດແຂວງ ຮ່າຢາງ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າສະເໜີສະພາແຫ່ງຊາດ, ລັດຖະບານປັບປຸງແຜນກຳນົດເຂດໂດຍໄວ, ເພື່ອຖືແຜນກຳນົດເຂດເປັນພື້ນຖານເອກະພາບ, ຄຸ້ມຄອງ ພື້ນຖານເສດຖະກິດ, ເຂດ ແລະ ລະຫວ່າງເຂດທັງໝົດ. ພ້ອມທັງ ສືບຕໍ່ຍູ້ແຮງ, ພັດທະນາບັນດາເຂດເສດຖະກິດຈຸດສຸມ, ສ້າງກຳລັງໜູນດຶງດູດ ແລະ
ພັດທະນາເຖິງບັນດາເຂດເສດຖະກິດພັດທະນາໃນລະດັບຕ່ຳ ແລະ ພື້ນຖານເສດຖະກິດ ທັງໝົດ” .
ບັນດາສະມາຊິກສະພາແຫ່ງຊາດກໍປະກອບຄຳເຫັນໃຫ້ລັດຖະບານສືບຕໍ່ແກ້ໄຂໜີ້ສິນກຳມະສິດລະຫວ່າງບັນດາລັດວິສາຫະກິດກຸ່ມບໍລິສັດແຫ່ງລັດ, ຈັດແບ່ງແຫຼ່ງຊັບພະຍາກອນຄືນໃໝ່ຈາກບັນດາຂົງເຂດທີ່ບັນລຸປະສິດທິຜົນໃນລະດັບຕ່ຳສູ່ຂົງເຂດທີ່ບັນລຸປະສິດທິຜົນສູງກ່ວາ. ທ່ານ ບູຍແມ້ງຮຸ່ງ ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ ຊີ້ແຈ້ງວ່າ:
“ຂ້າພະເຈົ້າສະເໜີບົດລາຍງານວ່າ: ລັດຖະບານຕ້ອງເພີ່ມເຕີມຂໍ້ສະເພາະໜຶ່ງອີກ ເພື່ອການຕີລາຄາ, ໄຈ້ແຍກຮອບດ້ານການຄຸ້ມຄອງ, ການຂຸດຄົ້ນ ແລະ ການນຳໃຊ້ບັນດາແຫຼ່ງຊັບພະຍາກອນມະນຸດຂອງສັງຄົມຢ່າງມີປະສິດທິຜົນ” .