ກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ
ຊຸດທີ 13
|
(vovworld)- ວັນທີ 19/6, ບັນດາ ສສຊ ເຂົ້າຮ່ວມກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການລົ້ມລະລາຍ(ສະບັບປັບປຸງ), ກົດໝາຍວ່າດ້ວຍການສົມລົດ ແລະ ຄອບຄົວ(ສະບັບປັບປຸງ). ໃນວັນດຽວກັນ, ສະພາແຫ່ງຊາດ ໄດ້ປຶກສາຫາລື ຢູ່ ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ ແລະ ຮ່າງກົດໝາຍວ່າດ້ວຍສຳມະໂນພົນລະເມືອງ.
ກ່ອນຫນ້ານັ້ນ, ໃນວັນທີ 18/6, ສະພາແຫ່ງຊາດ ໄດ້ສະຫງວນເວລາສ່ວນຫລາຍເພື່ອປຶກສາຫາລືຮ່າງກົດໝາຍວ່າດ້ວຍເຮືອນຢູ່(ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ. ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່(ສະບັບປັບປຸງ), ມີ ສສຊ ຫລາຍທ່ານ ໄດ້ສະເຫນີຄວນມີບັນດາຂໍ້ກຳນົດສົ່ງເສີມການພັດທະນາເຮືອນຢູ່ສັງຄົມ,ຮັບປະກັນໃຫ້ແກ່ຜູ້ມີລາຍຮັບຕຳ່ມີເຮືອນຢູ່. ກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ(ສະບັບປັບປຸງ), ບັນດາ ສສຊ ເຫັນດີຕໍ່ຄວາມຈຳເປັນປັບປຸງກົດໝາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຕະຫລາດອະສັງຫາລິມະຊັບປະຈຸບັນ.