(vovworld) - ຕາມມະຕິກ່ຽວກັບໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2016 ເຊິ່ງສະພາແຫ່ງຊາດຫາກໍ່ຮັບຮອງເອົາທີ່ວາລະປະຊຸມໃນຕອນເຊົ້າວັນທີ 18/06. ປີ 2016, ສະພາແຫ່ງຊາດຈະພິຈາລະນາ, ປຶກສາຫາລືບົດລາຍງານວຽກງານຂອງທັງອາຍຸການຊຸດທີ 13 ຂອງສະພາແຫ່ງຊາດ, ບົດລາຍງານຂອງປະທານປະເທດ, ຄະນະປະຈຳສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າໄອຍະການປະຊາຊົນສູນສຸດ, ຫົວໜ້າອົງການກວດສອບແຫ່ງລັດ. ສະພາແຫ່ງຊາດກໍຈະພິຈາລະນາ, ປຶກສາຫາລືບົດລາຍງານໝາກຜົນການຕິດຕາມກວດກາກ່ຽວກັບການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ບົດລາຍງານຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016 – 2021… ສະພາແຫ່ງຊາດໄດ້ຕິດຕາມຫົວເລື່ອງສະເພາະກ່ຽວກັບການປະຕິບັດໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄລຍະ 2010 – 2015, ຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່.
ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄ່າທຳນຽມ, ຄ່າບໍລິການບັນດາສະມາຊິກສະພາແຫ່ງຊາດເຫັນດີເປັນເອກະສັນສູງຕໍ່ເລື່ອງຈຳເປັນຕ້ອງປະກາດໃຊ້ກົດໝາຍວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການເພື່ອແນໃສ່ແກ້ໄຂບັນດາສິ່ງຍັງຄົງຄ້າງໃນລັດຖະດຳລັດຄ່າທຳນຽມ, ຄ່າບໍລິການທີ່ພວມປະກາດໃຊ້, ຕອບສະໜອງການພັດທະນາເສດຖະກິດ, ສັງຄົມຢ່າງທັນການ, ສົ່ງເສີມບັນດາພາກສ່ວນເສດຖະກິດເຂົ້າຮ່ວມການສະໜອງການບໍລິການລັດຖະການ… ກ່ຽວກັບຂໍ້ກຳນົດຍົກເວັ້ນ, ຫລຸດຜ່ອນຄ່າທຳນຽມ, ຄ່າບໍລິການຫຼາຍຄຳເຫັນສະເໜີຕ້ອງກຳນົດລະອຽດກ່ວາກ່ຽວກັບຫຼັກການຍົກເວັ້ນ, ຫລຸດຜ່ອນຄ່າທຳນຽມ, ຄ່າບໍລິການທຸກປະເພດເພື່ອຮັບປະກັນຄວາມຍຸຕິທຳ, ກະຈ່າງແຈ້ງ, ຄວາມເປັນໄປໄດ້ ແລະ ອາດຈະປະຕິບັດເອກະພາບໃນສະພາບຕົວຈິງ. ທ່ານ ຫງວຽນວັນແກງ, ສສຊ ແຂວງ ກວາງບີ່ງ, ຖືວ່າ:
“ສສຊ ແມ່ນຜູ້ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ດັ່ງນັ້ນ ເພື່ອຮັບປະກັນຄວາມຍຸຕິທຳໃຫ້ແກ່ປະຊາຊົນເລື່ອງຕັດສິນຜູ້ໃດຈະໄດ້ຮັບການຍົກເວັ້ນຄ່າທຳນຽມ, ຄ່າບໍລິການ ແລະ ໄດ້ຫລຸດຜ່ອນເທົາໃດນັ້ນຄວນມອບໃຫ້ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດເປັນຜູ້ຕັດສິນແມ່ນຈະເໝາະສົມກ່ວາມອບໃຫ້ລັດຖະບານ. ສ່ວນລະດັບເສຍຄ່າທຳນຽມ, ຄ່າບໍລິການແຕ່ລະປະເພດຄືແນວໃດຂ້າພະເຈົ້າເຫັນດີກັບຮ່າງກົດໝາຍແມ່ນມອບໃຫ້ລັດຖະບານຕັດສິນເພື່ອເໝາະສົມກັບສະພາບການພັດທະນາເສດຖະກິດ, ສັງຄົມໃນແຕ່ລະໄລຍະ”.