(vovworld) - ວັນທີ 05/04, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Ines Martins, ຫົວໜ້າກຳມາທິການພົວພັນຕ່າງປະເທດ, ປະຊາຄົມ ແລະ ການຮ່ວມມືສາະພາແຫ່ງຊາດໂມຊຳບິກ, ພ້ອມດ້ວຍຄະນະຜູ້ແທນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງ ເນັ້ນໜັກວ່າ, ຄວາມສາມາດບົ່ມຊ້ອມໃນການຮ່ວມມືລະຫວ່າງ 2 ປະເທດແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ ແລະ ນ້ຳມັນອາຍແກັດ… ສະນັ້ນ, 2 ຝ່າຍຕ້ອງຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ການເຄື່ອນໄຫວພົວພັນຕ່າງປະເທດ ແລະ ພົບປະແລກປ່ຽນປະຊາຊົນກວ່າອີກ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນນຳການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແຮງໃນທຸກຂົງເຂດ. ສ່ວນທ່ານນາງ Ines Martins ໃຫ້ຮູ້ວ່າ, ການມາຢ້ຽມຢາມຄັ້ງນີ້ຂອງຄະນະແມ່ນເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດກວ່າອີກ, ພ້ອມທັງສົມທົບກັນປະຕິບັດວຽກງານກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມຂອງປະທານສະພາແຫ່ງຊາດໂມຊຳບິກ ໃນໄລຍະຈະມາເຖິງ. ທ່ານນາງ Ines Martins ເຊື່ອໝັ້ນວ່າ, ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດຈະພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.