ສະພາແຫ່ງຊາດອັງກິດຮັບຮອງເອົາຮ່າງກົດໝາຍ Brexit

ສະພາແຫ່ງຊາດອັງກິດຮັບຮອງເອົາຮ່າງກົດໝາຍ Brexit - ảnh 1
​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May
(ພາບ​ປະ​ກອບ: AFP/TTXVN)


(vovworld) - ຮ​ຸ່ງ​ເຊົ້າ​ວັນ​ທີ 14/03 (ຕາມ​ເວ​ລາ​ຮ່າ​ໂນ​້ຍ), ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ​ອັງ​ກິດ ໄດ້​ປ່ອນ​ບັດ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ເລື່ອງ​ອັງ​ກິດ ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (​ອີ​ຢູ), ຫຼື​ເອີ້ນ​ວ່າ Brexit, ອັນໄດ້​ເປີດຊ່ອງ​ທາງ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May ແຈ້ງ​ໃຫ້​ບັນ​ດາ​ການ​ນຳ​ອີ​ຢູ ​ຊາບກ່ຽວ​ກັບ​ແຜນ​ການ​ຖອ​ນ​ອອກ​ຈາ​ກ​ກຸ່ມນີ້​ຢ່າງ​ເປັນ​ທາງ​ການ. ດ້ວຍ​ອັດ​ຕາ​ສ່ວນ​ການ​ປ່ອນ​ບັດ 274 – 11, ​ສະ​ພາ​ສູງອັງ​ກິດ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ Brexit  ​ເຊິ່ງ​ສະ​ພາ​ຕ່ຳ​ອັງ​ກິ​ດ​ຮັບ​ຮອງ​ເອົາ​ແລ້ວ ແລະ ມອບ​​ສົ່ງຄືນ​​ກ່ອນ​ໜ້ານັ້ນ​ໃນ​ວັນ​ດຽວ​ກັນ ປະ​ຕິ​ເສດ​ເລື່ອງມອບ​ສິດ​ໃຫ້​ລັດ​ຖະ​ສະ​ພາ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ Brexit ​ຕື່ມ​ອີກ, ກໍ​ຄື​ຮັບ​ປະ​ກັນ​ສິດ​ຂອງ​ພົນ​ລະ​ເມືອງ​ອີ​ຢູ ຢູ່​ອັງ​ກິດ.

        ຄາດ​ວ່າ, ພະ​ລາ​ຊີ​ນີ​ອັງ​ກິດ ຈະໃຫ້​ສັດ​ຕະ​ຍາ​ບັນຮ່າງ​ກົ​ດ​ໝາຍ Brexit ​​ໂດຍ​ໄວ​ເຊິ່ງ​​ອາດ​ຈະແມ່ນ​ວັນ​ທີ 14/03, ຊ່ວຍ​ໃຫ້​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May ​ກຽມພ້ອມ​​ດຳ​ເນີນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​​ມາເປັນ​ເວ​ລາ 2 ປີ​ກັບ​ອີ​ຢູ, ຕາມ ມາດ​ຕາ​ 50 ຂອງ​ສັນ​ທິ​ສັນ​ຍາ Lisbon.


ຂ່າວ/ບົດ​ອື່ນ