ສະພາແຫ່ງຊາດອີຣັກປະຕິເສດການບົ່ງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດແລະລັດຖະມົນຕີກະຊວງພາຍໃນ

ສະພາແຫ່ງຊາດອີຣັກປະຕິເສດການບົ່ງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດແລະລັດຖະມົນຕີກະຊວງພາຍໃນ - ảnh 1
ກອງປະຊຸມຂອງສະພາແຫ່ງຊາດ ອີຣັກ ໃນວັນທີ 9/9
(ພາບ: AFP/TTXVN)

(vovworld) – ວັນ​ທີ 16/9, ສະພາ​ແຫ່ງ​ຊາດ ອີຣັກ ​ບໍ່​ຮັບຮອງ​ເອົາ​ການ​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ Haider Al – Abadi ກ່ຽວ​ກັບ​ການ​ແຕ່ງ​ຕັ້ງສະມາຊິ​ກສະພາ​ແຫ່ງ​ຊາດ ຊາວ​ອິດສະ​ລາມ ນິກາຍ Sunni ທ່ານ Jaber al – Jabberi ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ​ແຕ່ງຕັ້ງສະມາຊິ​ກສະພາ​ແຫ່ງ​ຊາດ ຊາວ​ອິດສະ​ລາມ ນິກາຍ Shi’ite Riyad Ghareed ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ. ຕາມ​ແຜນການ​ແລ້ວ, ສະພາ​ແຫ່ງ​ຊາດ ອີຣັກ ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ຄືນ​ໃໝ່ ກ່ຽວ​ກັບ​ເລື່ອງ​ແຕ່ງ​ຕັ້ງ 2 ຕຳ​ແໜ່​ງດັ່ງກ່າວ​ໃນ​ວັນ​ທີ 18/9. ກ່ອນ​ນັ້ນ, ວັນ​ທີ 8/9, ສະພາ​ແຫ່ງ​ຊາດ ອີຣັກ ​ໄດ້​ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃໝ່​​ເຊິ່ງລວມມີ 24 ລັດຖະມົນຕີ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Al – Abadi ນຳ​ໜ້າ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, 2 ຕຳ​ແໜ່​ງຫຼັກ​ແຫຼ່ງ​ແມ່ນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຍັງ​ວ່າງ​ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ານ​ການ​ເມືອງ. ພາຍຫຼັງ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ກັບ​ບັນດາ​ກຸ່ມ​ການ​ເມືອງ, ທ່ານ​ນາຍົກລັດຖະມົນຕີ Al – Abadi  ຕົກ​ລົງ​ເລືອກ​ເຟັ້ນສະມາຊິກ​ສະພາ​ແຫ່ງ​ຊາດ Jaber al – Jabberi ​ແລະ Riyad Ghareed ​ໃຫ້ 2 ຕຳ​ແໜ່​ງນີ້, ​ແຕ່​ໄດ້​ປະສົບ​ກັບ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ, ສ່ວນ​ຫຼາຍ​ແມ່ນ​ຈາກ​ກອງ​ພົນ​ນ້ອຍ Shi’ite Badr.

 

 


ຂ່າວ/ບົດ​ອື່ນ