ສະພາແຫ່ງຊາດອາເມລິກາຮັບຮອງເອົາຮ່າງກົດໝາຍ ກໍ່ຄວາມຫຍຸ້ງຍາກໃຫ້ຜະລິດຕະພັນປາໜັງຫວຽດນາມ

ສະພາແຫ່ງຊາດອາເມລິກາຮັບຮອງເອົາຮ່າງກົດໝາຍ ກໍ່ຄວາມຫຍຸ້ງຍາກໃຫ້ຜະລິດຕະພັນປາໜັງຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 4/2, ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ຝ່າມກະ​ເສດ, ​ໃນ​ນັ້ນ​ມີ​ມາດຕາໜຶ່ງ​ທີ່​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ສິນຄ້າ​ປະ​ເພດ​ປາ​ໜັງ​ສົ່ງ​ອອກ​ຂອງ​ຫວຽດນາມ​. ດ້ວຍ ມາດ​ຕາ​ນີ້, ກະຊວງ​ກະ​ສີ​ກຳ​ອາ​ເມ​ລິ​ກາ​ຈະ​ນຳ​ໃຊ້​ບັນດາ​ມາດຕະຖານ​ທີ່​ໄດ້​ກຳນົດ​ປາ​ໜັງ​ຂອງ​ຫວຽດນາມ​ທີ່​ສົ່ງ​ອອກ​ຂາຍ​ໃຫ້​ຕະຫຼາດ​ອາ​ເມ​ລິ​ກາ ​ແມ່ນ​ຕ້ອງ​ຕອບ​ສະໜອງ​ບັນດາ​ມາດຖານ​ທຽບ​ເທົ່າ​ກັບ​ສິນຄ້າ​ປະ​ເທດ​ນີ້​ທີ່​ຜະລິດ​ຢູ່​ອາ​ເມ​ລິ​ກາ, ຈາກ​ຂັ້ນ​ຕອນ​ຜະລິດ​ຕະຫຼອດ​ຮອດ​ການ​ຫຸ້ມ​ຫໍ່ ​ແລະ ສົ່ງ​ອອກ. ມາດຕາ​ນີ້​ໂດຍ​ສະຫະ​ສະມາຄົມ​ລ້ຽງ​ປູກ​ປາ​ໜັງ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບັນດາ​ລັດ​ພາກ​ໃຕ້​ຂອງ​ອາ​ເມ​ລິ​ກາ ຕັ້ງ​ໃຈ​ນຳ​ເຂົ້າ​ຮ່າງ​ກົດໝາຍ​ ​ເຖິງ​ວ່າ​ທ່ານ​ສະມາຊິກ​ສະພາ​ສູງ John McCain ​ໄດ້​ປະຕິ​ເສດ, ​ແລະ ຖື​ວ່າ​ນີ້​ແມ່ນ​ຮົ້ວ​ກີດຂວາງ​ດ​້ານການ​ຄ້າ​ແນ​ໃສ່​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ລ້ຽງ​ປາ​ໜັງ​ຂອງ​ອາ​ເມ​ລິ​ກາ. ອາທິດ​ແລ້ວ​ນີ້, ສະພາ​ຕ່ຳ​ກໍ​ໄດ້ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ນີ້.

   ​ຮ່າງ​ກົດໝາຍ​ສະບັບ​ນີ້​ໄດ້​ອະນຸມັດ​ບ້ວງ​ລາຍ​ຈາ​ຍ 956 ຕື້ USD, ຕາມ​ນັ້ນ​ແລ້ວ, ​ໃນ 5 ປີ​ຂ້າງ​ໜ້າ​ຈະ​ເປີດ​ກ້ວາງ​ການ​ຄ້ຳປະກັນ​ຂອງ​ລັດຖະບານ​ໃຫ້​​ແນວ​ປູກ ​ແລະ ລະດູ​ການ​ຜະລິດ​ຂອງ​ຊາວ​ກະ​ສີກ​ອນອາ​ເມ​ລິ​ກາ. 

ຂ່າວ/ບົດ​ອື່ນ