ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະທີ່ຫໍປະຊຸມ
|
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14, ວັນທີ 7/11, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດ. ສະພາແຫ່ງຊາດກໍ່ໄດ້ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ), ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ອຸປະກອນໜູນຊ່ວຍ ແລະ ລົງມະຕິຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ປີ 2017.