(vovworld) - ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ດັບເພິງໄດ້ຮັບການຮັບຮອງເອົາດ້ວຍ 100% ຈຳນວນບັດສະໜັບສະໜູນ. ກ່ອນໜ້ານັ້ນ, ເມື່ອສະເໜີບົດລາຍງານອະພິປາຍຮັບເອົາຄຳເຫັນຈາກສະມາຊິກສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ດັບເພິງ, ທ່ານຫົວໜ້າກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ຫງວຽນກິມຄວາ ໃຫ້ຮູ້ວ່າ ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ເຈົ້າຂອງລົງທຶນບັນດາກິດຈະກຳກໍ່ສ້າງ ຕ້ອງຮັກສາ, ມີລົດດັບເພິງ. ບັນດາອົງການ, ສ່ວນບຸກຄົນເຄື່ອນໄຫວຢູ່ຕາມບັນດາເຂດອຸດສາຫະກຳຕ້ອງມີບັນດາກອງປ້ອງກັນ ແລະ ດັບເພິງສະເພາະກິດ ແຕ່ຕ້ອງມີມາດຖານຢ່າງລະອຽດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບສະພາບການຜັນຂະຫຍາຍປະຕິບັດບັນດາກົດໝາຍ, ມະຕິເຊິ່ງສະພາແຫ່ງຊາດໄດ້ຮັບການຮັບຮອງເອົາ.
ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ.
ສະພາແຫ່ງຊາດປຶກສາຫາລືຢູ່ຫໍສະພາກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ
ເພີ່ມສິດເຂົ້າຮ່ວມຂອງປະຊາຊົນໃນການຄຸ້ມຄອງທີ່ດິນ, ນຳໃຊ້ທີ່ດິນ
ນັ້ນແມ່ນເນື້ອໃນຊື່ງສະມາຊິກສະພາແຫ່ງຊາດຫລາຍທ່ານເຕື້ອງເຖິງເມື່ອປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ໃນຕອນບ່າຍວັນທີ 22/11 ກ່ອນທີ່ສະພາແຫ່ງຊາດຮັບຮອງເອົາໃນວັນທີ 29/11 ຈະມາເຖິງ.
ເມື່ອເຕື້ອງເຖິງສິດຕິດຕາມກວດກາຂອງປະຊາຊົນກັບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ທ່ານ ລາງອກທວ້າງ, ສສຊ ແຂວງ ກາວບັ່ງ ສະເຫນີວ່າ: ຮ່າງກົດໝາຍຄວນກຳນົດຢ່າງຈະແຈ້ງຄວາມຮັບຜິດຊອບຂອງບັນດາອົງການແຫ່ງລັດກໍຄືເວລາລະອຽດໃນການແກ້ໄຂບັນດາຂໍ້ສະເຫນີ, ການສ່ອງແສງຂອງປະຊາຊົນກ່ຽວກັບທີ່ດິນ. ສ່ວນທ່ານ ຫງວຽນງອກເຟືອງ, ສສຊ ແຂວງ ກວ໋າງບີງ ສະເຫນີວ່າ:
“ຄວນເພີ່ມເຕີມຄວາມຮັບຜິດຊອບຂອງຂັ້ນເມືອງ, ຕາແສງ ໃນການຮັບເອົາຄຳເຫັນຂອງປະຊາຊົນເຂົ້າຮ່ວມການວາງແຜນກຳນົດນຳໃຊ້ທີ່ດິນ. ຍ້ອນວ່າ: ທີຫນຶ່ງ ໃນປະຈຸບັນ ໃນການວາງແຜນກຳນົດນຳໃຊ້ທີ່ດິນ ປະຊາຊົນບໍ່ໄດ້ເຂົ້າຮ່ວມ.ຈາກຄວາມຈິງເມື່ອພວກຂ້າພະເຈົ້າໄປທາບທາມຄຳເຫັນກັບວົງຄະນາຍາດໄດ້ເຫັນວ່າ ປະຊາຊົນມີຄວາມຕ້ອງການຢາກເຂົ້າຮ່ວມການປະກອບຄຳເຫັນໃສ່ການວາງແຜນກຳນົດນຳໃຊ້ທີ່ດິນ ແລະ ໃນຕົວຈິງມີຫລາຍໂຄງການຖອນຄືນທີ່ດິນ ປະຊາຊົນບໍ່ເຫັນດີເຫັນພ້ອມ ເພາະເຂົ້າເຈົ້າບໍ່ທັນຮູ້ຈັກເຖິງ, ບໍ່ທັນເຂົ້າຮ່ວມການວາງແຜນກຳນົດນຳໃຊ້ທີ່ດິນ. ທີສອງ ທີ່ດິນແມ່ນກຳມະສິດຂອງທ່ົວປວງຊົນ ສະນັ້ນປະຊາຊົນຕ້ອງໄດ້ເຂົ້າຮ່ວມການວາງແຜນກຳນົດນຳໃຊ້ທີ່ດິນ. ເຮັດໄດ້ຄືແນວນັ້ນ ແມ່ນປະຕິບັດໄດ້ຈຸດໝາຍປະຊາທິປະໄຕ, ເປີດເຜີຍ.”
ທ່ີວາລະປຶກສາຫາລື, ບັນດາບັນຫາຍັງມີຄຳເຫັນແຕກຕ່າງກັນຊື່ງບັນດາສສຊ ສືບຕໍ່ເຕື້ອງເຖິງຄື: ຂໍ້ກຳນົດກ່ຽວກັບລາຄາທີ່ດິນ, ກົນໄກ, ບັນດາກໍລະນີຖອນຄືນທີ່ດິນ, ກຳນົດເວລາມອບທີ່ດິນກະສິກຳໃຫ້ແກ່ຄອບຄົວ, ສ່ວນບຸກຄົນ…