ສະພາແຫ່ງຊາດເກຼັກຍັງບໍ່ທັນເລືອກຕັ້ງປະທານາທິບໍດີເທື່ອ

ສະພາແຫ່ງຊາດເກຼັກຍັງບໍ່ທັນເລືອກຕັ້ງປະທານາທິບໍດີເທື່ອ - ảnh 1
ການ​ປ່ອນ​ບັດ​ຂອງ​ສະ​ພາ​ແຫ່ງ​ຊາດ ເກຼັກ
(ພາບ: AFP/ TTXVN)

(vovworld) – ​​​​ສະ​ພາ​ແຫ່ງ​ຊາດ ເກຼັກ ຍັງ​ບໍ່​ທັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່​ພາຍຫຼັງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອບ​ທີ 2 ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 23/12. ຜູ້​ອອກ​ສ​ະ​ໝັກ​ຮັບ​ເລືອກ​ຕັ້ງ ​ທ່ານ Stavros Dimas, ໂດຍ​ສ​ຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Antonis Samaras ສະ​ເໜີ, ຍັງ​ຂາດ 32 ບັດຈຶ່ງ​​ມີ​ຈຳ​ນວນ​ບັດ​ຢ່າງ​ພຽງ​ພໍແມ່ນ 200 ບັດ ໃນ​ຍອດ​ຈຳ​ນວນ 300 ບັດ​ເພື່ອ​ກາຍ​ເປັນ​ປະ​ທ​າ​ນາ​ທິ​ບໍ​ດີ. ຕາມ​ຂໍ້​ກຳ​ນົດ​ແລ້ວ, ສະ​ພາ​ແຫ່ງ​ຊາດ ເກ​ຼັກ ຈະ​ຕ້ອງ​ດຳ​ເນີນ​ການ​ປ່ອນ​ບັດ​ເລ​ືອກ​ຕັ້ງ​ຮອບ​ທີ 3 ແລະ ກໍ່​ແມ່​ນ​ຮອບ​ສຸດ​ທ້າຍ​ໃນ​ວັນ​ທີ 29/12 ຈະ​ມາ​ເຖິງ ແລະ ຄາວນັ້ນ, ທ່ານ Stavros Dimas, ອະ​ດິດກຳ​ມະ​ການ​ສິ່ງ​ແວດ​ລ້ອມ​ສ​ຳ​ພັນ​ທະ​ມິດ ເອີ​ລົບ (EU) ​ມີ​ແຕ່ຕ້ອງ​ການ​ 180 ບັດ​ເທົ່າ​ນັ້ນ​ກໍ່​ສາ​ມາດ​ໄດ້​ຮັບ​ໄຊ​ຊ​ະ​ນະ​ໃນ​ການ​ເລືອກ​ຕັ້ງ​ເປັ​ນ​ປະ​ທາ​ນາ​ທິ​ບໍ​ດີ ເກັ​ຼກ. ຖ້າ​ຫາກ​ການ​ປ່ອນ​ບັດ​ຮອບ​ທີ 3 ຍັງປະ​ລາ​ໄຊ, ເກັ​ຼກ ​​ຈະຕ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ ແລະ ນີ້​ຈະ​ແມ່ນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 2 ໃນ​ຮອບ​ເວ​ລາບໍ່​ຮອດ 2 ປີ​ຢູ່​ປະ​ເທດ ເອີ​ລົບ​ນີ້.


ຂ່າວ/ບົດ​ອື່ນ