ສະພາແຫ່ງຊາດເກຼັກຮັບຮອງເອົາບ້ວງເງິນປະຕິຮູບໃໝ່
ສະພາແຫ່ງຊາດເກຼັກຮັບຮອງເອົາບ້ວງເງິນປະຕິຮູບໃໝ່
ພາບ: AFP/TTXVN
(vovworld) - ຕອນຄ່ຳວັນທີ 08/05, ສະພາແຫ່ງຊາດ ເກຼັກ ໄດ້ຮັບຮອງບ້ວງເງິນ “ຮັດເຂັ້ມຂັດ” ໃໝ່ ເພື່ອແລກເອົາບ້ວງເງິນກູຊ່ວຍຈາກບັນດາເຈົ້າໜີສາກົນ ແນໃສ່ຊຳລະໜີໃຫ້ປະເທດທີ່ພວມຕິດໜີຢ່າງຫຼວງຫຼາຍນີ້. ກົດໝາຍໃໝ່ໄດ້ຮັບການຮັບຮອງເອົາ ເມື່ອສະມາຊິກລັດຖະສະພາພັນທະມິດກຳອຳນາດທັງໝົດ 153 ທ່ານ ໃນຈຳນວນສະມາຊິກລັດຖະສະພາເກຼັກ 300 ທ່ານໄດ້ປ່ອນບັດສະໜັບສະໜູນ. ບັນດາມາດຕະການປະຕິຮູບໃໝ່ ທີ່ກໍຄວາມໂຕ້ຖຽນກັນນັ້ນລວມມີ: ມາດຕາຫຼຸດຜ່ອນເງິນເດືອນເບຍບຳນານ ເພື່ອຊ່ວຍເກຼັກ ສາມາດປະຢັດເງິນໄດ້ 1,8 ຕື້ເອີໂລ. ນອກນັ້ນ, ເລື່ອງເພີ່ມພາສີກໍຊ່ວຍໃຫ້ງົບປະມານແຫ່ງລັດຂອງເກຼັກ ເພີ່ມຂຶ້ນ 1,8 ຕື້ເອີໂລ.