ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມ

                           ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມ - ảnh 1
                                                 (ພາບ : http://na.gov.vn)
ຕອນ​ເຊົ້າ​ວັນ​ທີ 23/11, ສະພາ​ແຫ່ງ​ຊາດ​ເລີ່​ມຕົ້ນ​ວາລະ​ຊັກ​ຖາມ ຊຶ່​ງ​ແກ່ຍາວ​ໃນ​ເວລາ 2 ມື້​ເຄິ່ງ ສຳລັບ​ສະມາຊິກ​ລັດຖະບານ. ລັດຖະມົນຕີ 5 ທ່ານ​ຈະ​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ​ທີ່​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້ ຊຶ່ງ​ລວມມີ: ທ່ານ ດີ​ນລາ​ທັງ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ທ່ານ ກາວ​ດຶກ​ຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ​ ພັດທະນາ​ຊົນນະບົດ, ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ທ່ານ ​ເວື​ອງດີ​ນ​ເວ້ວ ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ທ່ານ ຫງວຽນ​ວັນ​ບີ່​ນ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ. ສສຊ ຈະ​ຊັກ​ຖາມ​ບັນດາ​ສະມາຊິກ​ລັດຖະບານ ກ່ຽວ​ກັບ ​ຫລາຍ​ບັນຫາທີ່​ພວມໄດ້​ຮັບ​ຄວາມ​ສົນ​ໃຈ​.

​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ເປັນ​ຜູ້​ທຳ​ອິດ​ຕອບ​ຄຳ​ຊັກ​ຖາມ. ບັນຫາ​ຕ່າງໆ​ຊຶ່ງ ສສຊ ຍົກ​ອອກ​ສ່ວນ​ຫລາຍ​ແມ່ນ​ກ່ຽວຂ້ອງ​ເຖິງ​ມາດ​ຕະການຈຳກັດ​ອຸປະຕິ​ເຫດທາງຄົມມະນາຄົມ, ຫລຸດຜ່ອນ​ສະພາບ​ລົດ​ຕິດ​ຢູ່​ບັນດາ​ນະຄອນ​ໃຫຍ່​ຄື: ຍູ້​ແຮງ​​ຄວາມ​ຄຶບຫນ້າ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ​ແກ້​ໄຂ​ສະພາບ​ເພພັງ​ຂອງ​ບັນດາ​ກິດຈະກຳ ​ຄົມມະນາຄົມ​ໃນ​ເງື່ອນ​ໄຂ​ຫລຸດຜ່ອນ​ເງິນ​ລົງທຶນ​ຈາກ​ງົບປະມານ. ຕາມ​ທ່ານ ດີ​ນລາ​ທັງ​ແລ້ວ, ​ເຖິງ​ວ່າ ​ໄລຍະ​ຜ່ານ​ມາ ລັດຖະບານ​ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະການ, ມະຕິ​ເພື່ອ​ແກ້​ໄຂ​ສະພາບ​ອຸປະຕິ​ເຫດ​ຄົມມະນາຄົມ, ຫລຸດຜ່ອນ​ສະພາບ​ລົດ​ຕິດ ​ແຕ່​ຍັງ​ບໍ່​ທັນ​ບັນລຸ​ໝາກຜົນ. ສາຍ​ເຫດ​ຕົ້ນຕໍ​ຍ້ອນ​ພື້ນຖານ​ໂຄງ​ລ່າງ​ຂອງ​ຫວຽດນາມ ຍັງ​ບໍ່​ທັນ​ດີ ​ແລະ ​ຄົບ​ຊຸດ.

        “ພວກ​ຂ້າ​ພະ​ເຈົ້າ​ຖືວ່າ ບັນຫາ​ຕົ້ນຕໍ​ແມ່ນ ຕ້ອງ​ມີ​ການ​ລົງທຶນ​ຍົກ​ລະດັບ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຢ່າງ​ຄົບ​ຊຸດ. ສະ​ນັ້ນ ພັກ, ລັດຖະບາ​ນຄວນ​ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ຕິດ​ຂັດ​ຄວນ​ໄດ້​ຮັບ​ກາ​ນ​ແກ້​ໄຂ ​ແລະ ສຸມ​ໃສ່​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ​ແມ່ນ​ຫນ້າ​ທີ່ບຸກທະລຸ​ໃນ 10 ປີ​ຈະມ​າ​ເຖິງ.“

 
  ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ສະພາບ​ລົດ​ຕິດ, ທ່ານ ດີ​ນລາ​ທັງ​ຖື​ວ່າ: ຄວນ​ມີ​ບັນດາມາດ​ຕະການ​ໃນ​ສະ​ເພາະຫນ້າ ​ແລະ ຍາວ​ນານ, ​ໃນ​ນັ້ນ​ວິທີ​ການ​ດັດ​ປັບ​​ເວລາ​ເຮັດ​ວຽກ​ທາງລັດຖະການ, ​​ເວລາ​ເຂົ້າ​ໂຮງຮຽນ​ກໍ​ແມ່ນ​ມາດ​ຕະການ​ຫນຶ່ງ​ໃນ​ໝວດ​ມາດ​ຕະການ​ສັງ​ລວມ ຊຶ່ງ​ລັດຖະບານ​ວາງ​ອອກ ​ແລະ ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ ປຊຊ.

        ກ່ຽວ​ກັບ​ກິດຈະກຳ​ຄົມມະນາຄົມ​ມີ​ຄຸນ​ນະພາ​ບຕຳ່ ​ແລະ ຖືກ​ຮົ່ວ​ໄຫລ. ທ່ານ​ລັດຖະມົນຕີ​ ດີ​ນລາ​ທັງ ຍອມຮັບ​ວ່າ: ນີ້​ແມ່ນ​ຄວາມ​ຈິງ ຊຶ່ງ​ຂະ​ແຫນງ​ຄົມມະນາຄົມ​ຕ້ອງ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຂ້ຽວຂາດ​ກວ່າ.

“​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະສຸມ​ໃສ່​ກະກຽມ​ບັນດາ​ໂຄງການ​ມີ​ຄຸນ​ນະພາ​ບ, ວ່ອງ​ໄວ​ກວ່າ. ທີ​ສອງ ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ຕ້ອງ​ມີ​ການ​ຄັດ​ເລືອກ​ ຢ່າງ​ລະອຽດ

ຄະນະ​ຄຸ້ມ​ຄອງ​ທີ່​ມີ​ຄຸນ​ນະພາ​ບ, ມີ​ການ​ທີ່​ປຶກສາ​ໃນ​ການ​ອອກ​ແບບ, ທີ່​ປຶກສາ​ໃນ​ການ​ຕິດຕາມ​ກວດກາ​ເປັນ​ຢ່າງ​ດີ, ຄັດ​​ເລືອກ​​​ນັກປະ​ມຸນ, ຮັບປະກັນ​ກຳລັງ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ກໍ​ຄື​ກຳລັງ​ຄວາມ​ສາມາດ​ດ້ານ​ການ​ເງິນ.“

+ ວັນ​ທີ 22/11, ອຳນາດ​ການ​ປົກຄອງ​ການ​ທະຫານ ​ແລະ ບັນດາ​ກຳລັງ​ກາ​ນເມືອງ ອີ​ຢີບ ສືບ​ຕໍ່​ວິວັດ​ການ​ໂອ້​ລົມ​ສົນທະນາ​ແຫ່ງ​ຊາດ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ ​ໃນ​ສະພາວະ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່ເກີດ​ຂຶ້ນ​ຢູ່ ນະຄອນຫລວງ Cairo ​ແລະ ຫລາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໃນ​ຊຸມ​ມື້​ຜ່ານ​ມາ. ການ​ປະຊຸມ​ດຳ​ເນີນ​ໄປ​ພາຍຫລັງ​ມື້ຫນຶ່ງ ​ເມ່ືອ​ລັດຖະບານ ອີ​ຢີບ ຍື່ນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ່​ແຫນ່​ງ ຕໍ່​ສະພາ​ສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດ ອີ​ຢີບ​(CSFA). ປະຈຸ​ບັນ CSFA, ຊຶ່ງ​ແມ່ນກຳລັງກຳ​ອຳນາດ​ບໍລິຫານ​ປະ​ເທດ​ຊາດ ບໍ່​ທັນ​ຮັບຮູ້​ໃບ​ຮ້ອງ​ຂໍຂອງ​ລັດຖະບານ. CSFA ຮຽກຮ້ອງ​ທຸກ​ກຳລັງ​ການ​ເມືອງພາຍ​ໃນ​ປະ​ເທດ ຈົ່ງ​ຈັດການ​ໂອ້​ລົ​ມສົນທະນາ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ. ພາຍຫລັງ​ການ​ໂອ້​ລົມ​ສົນທະນາ​ດັ່ງກ່າວ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ ປະ​ເທດ​ນີ້, ທ່ານ Mohamed Selim al Awwa ​ໃຫ້​ຮູ້​ວ່າ: ບັນດາ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານກູ້​ຊາດ./.

ຂ່າວ/ບົດ​ອື່ນ