(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 14, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 22 ຕຸລາ, ສະພາແຫ່ງຊາດໄດ້ລາຍງານ, ອະພິປາຍ, ຮັບເອົາ ແລະ ປັບປຸງ ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນ ທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ).
ສະພາແຫ່ດງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຫຼັກຊັບ (ພາບ: VGP) |
ຮ່າງກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ລວມມີ 10 ພາກ, 136 ມາດຕາ. ສະເໜີບົດລາຍງານອະພິປາຍ, ຮັບເອົາ, ດັດແປງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ), ທ່ານ ຫວູຮົ່ງແທງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າກໍາມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ກົດໝາຍວ່່າດ້ວຍຫຼັກຊັບ (ສະບັບປັບປຸງ) ແມ່ນບາດກ້າວເດີນບຸກທະລຸ ເພື່ອຮັບປະກັນສິນຄ້າທີ່ຈໍາໜ່າຍຢູ່ທ້ອງຕະຫຼາດແມ່ນສິນຄ້າມີຄຸນນະພາບດີ, ດຶງດູດແຫຼ່ງເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ.
ເມື່ອປືກສາຫາລືຢູ່ຫໍປະຊຸມ, ທ່ານນາງ ມາຍທິແອັງຕວຽດ, ຄະນະສະມາຊິກສະພາແຫ່ງຊາດແຂວງອານຢາງ, ຖືວ່າ:
“ຮ່າງກົດໝາຍວ່າດ້ວຍຫຼັກຊັບສະບັບນີ້ ໄດ້ຮັບເອົາ, ປັບປຸງຫຼາຍເນື້ອໃນສໍາຄັນ ເພື່ອຫຼຸດຜ່ອນຂໍ້ຄົງຄ້າງ ແລະ ເຂົ້າເຖິງບັນດາຫຼັກການ, ມາດຖານສາກົນ, ສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາຂອງຕະຫຼາດຫຼັກຊັບຫວຽດນາມ. ເພື່ອປະກອບສ່ວນສ້າງສໍາເລັດກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ), ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ປະສິດທິຜົນ ເມື່ອປະກາດໃຊ້, ການບໍລິຫານ, ຄວາມສ່ຽງ ແລະ ຈັດຕັ້ງການພົວພັນຊື້ຂາຍຫຼັກຊັບໂດຍກົງ. ເຖິງຢ່າງໃດກໍຕາມ ຮ່າງກົດໝາຍສະບັບດັ່ງກ່າວ ຕ້ອງກໍານົດບັນດາຫຼັກການຈັດແບ່ງໜ້າທີ່ຄວາມຮັບຜິດຊອບ, ການພົວພັນຂອງພະແນຕິດຕໍ່ຊື້ຂາຍກັບບັນດາຕະຫຼາດຫຼັກຊັບ”.