ສະມັດຊາໃຫ່ຍ ສປຊ ຈັດການປະຊຸມຢູ່ສຳນັກງານໃນຕົ້ນເດືອນໜ້າ
(VOVWORLD) -ວັນທີ 30 ຕຸລາ, ທ່ານປະທານສະມັດຊາໃຫ່ຍ ສປຊ Volkan Bozkir ໃຫ້ຮູ້ວ່າ: ບັນດາວາລະປະຊຸມຂອງ ສະມັດຊາໃຫ່ຍ ຈະຖືກຈັດຂຶ້ນຢູ່ສຳນັກງານ ສປຊ ນັບແຕ່ວັນທີ 2 ພະຈິກທີ່ຈະມາເຖິງ, ພາຍຫຼັງເວລາທີ່ຕ້ອງໂຈະໄວ້ ຍ້ອນວິຕົກກັງວົນຕໍ່ສະພາບໂລກລະບາດໂຄວິດ 19.
(ພາບ: TTXVN)
|
ກ່ອນໜ້ານັ້ນ, ຄືໃນວັນທີ 27 ຕຸລາ, ທ່ານປະທານສະມັດຊາໃຫ່ຍ ສປຊ Volkan Bozkir ໄດ້ຮຽກຮ້ອງຍົກເລີກການປະຊຸມທຸກຄັ້ງຢູ່ສຳນັກງານ ສປຊ ພາຍຫຼັງທີ່ນັກການທູດ 5 ທ່ານຂຶ້ນກັບຄະນະຜູ້ແທນຂອງປະເທດໜຶ່ງທີ່ເປັນສະມາຊິກຂອງ ສປຊ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2 . ນັບແຕ່ລະດູແລ້ງເປັນຕົ້ນໄປ, ນີ້ແມ່ນຄັ້ງທຳອິດທີ່ ສປຊ ໄດ້ຍົກເລີກບັນດາການປະຊຸມໂດຍກົງ ຍ້ອນໂລກລະບາດໂຄວິດ 19, ເຖິງວ່າໃນຕົວຈິງ, ບັນດາປະຊຸມເກືອບທັງໝົດຍັງດຳເນີນໄປຕາມຮູບການອອນລາຍ. ພ້ອມກັບ ສປຊ, ບັນດາກອງປະຊຸມຂອງອີຢູ, ນາໂຕ... ກໍ່ຕ້ອງດຳເນີນຕາມຮູບການທາງອອນລາຍຍ້ອນໂລກລະບາດເຊັ່ນດຽວກັນ.