ສະມັດຊາໃຫ່ຍສະຫະປະຊາຊາດ ຮັບຮອງເອົາມະຕິກ່ຽວກັບ ສະພາບການຢູ່ຊີຣີ

ສະມັດຊາໃຫ່ຍສະຫະປະຊາຊາດ ຮັບຮອງເອົາມະຕິກ່ຽວກັບ ສະພາບການຢູ່ຊີຣີ - ảnh 1

ສະພາບ​ການ​ຢູ່​ຊີຣີ

(ພາບ:vov.vn)​

( vovworld ) – ວັນ​ທີ 3/8, ສະມັດຊາ​ໃຫ່ຍສະຫະ​ປະຊາ​ຊາດ ​ໄດ້ຮັບຮອງ​ເອົາມະຕິ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ​ໃນ​ປະຈຸ​ບັນ. ຕາມ​ມະຕິ​ແລ້ວ, ສະມັດຊາ​ໃຫ່ຍສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະນາມ​ລັດຖະບານ​ຊີຣີ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ຢູ່​ປະ​ເທດ​ນີ້ ຈົ່ງ​ຢຸດຕິ​ບັນດາ​ຮູບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທັງ​ໝົດ ​ແລະ ​ເປີກ​ສາກ​ວິວັດ​ການ​ມອບ​ໂອນ​ການ​ເມືອງ​ພາຍຫຼັງ 17 ​ເດືອນ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ Bashar Al Assad ​ແລະ ບັນດນັກຮົບ​ຝ່າຍ​ຄ້ານ. ມະຕິ​​ໂດຍ​ອາຣາບີ ຊາ​ອູ​ດີ ຮຽບຮຽງ ບໍ່​ມີ​ລັກສະນະ​ຜູກມັດ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ອັນ​ເລິກ​ເຊິ່ງ ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ປີນຂັ້ນ​ໄດ​ຢູ່​ຊີຣີ, ກ່າວ​ປະນາມ​ເຈົ້າໜ້າ​ທີ່​ຊີຣີ ​ໄດ້​ນຳ​ໃຊ້​ອາວຸດ​ປະ​ເພດ​ໜັກ​ນັບ​ມື້​ນັບ​ຫຼາຍ​ກໍ່​ຄື​ສືບ​ຕໍ່​ລະ​ເມີດ​ສິດທິ​ມະນຸດ. ​ເອກະສານ​ດັ່ງກ່າວ ກໍ່​ຮຽກຮ້ອງ​ໃຫ້​ສະມັດຊາ​ໃຫ່ຍ ຕຳ​ນິຕິ​ຕຽນ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ຊື່​ງບໍ່​ເຫັນ​ດີ​ກັບ​ບັນດາມາດ​ຕະການ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ເຈົ້າໜ້າ​ທີ່​ຊີຣີ ປະຕິບັດ​ບັນດາ​ຂໍ້​ຕົກ​ລົງ​ຂອງສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ .

ຂ່າວ/ບົດ​ອື່ນ