ສະມາຄົມ ຫວຽດນາມ-ອາເມລິກາຕ້ອນຮັບ
ຄະນະຜູ້ແທນສະໂມສອນ San Diego
(ພາບ: KL)
(vovworld) - ວັນທີ 18/3, ຢູ່ ຮ່າໂນ້ຍ, ທ່ານ ບູ່ຍເທ໋ຢາງ, ຮອງປະທານ ສະມາຄົມ ຫວຽດນາມ-ອາເມລິກາ ໄດ້ຕ້ອນຮັບສະໂມສອນກຳລັງແຮງມິດຕະພາບ San Diego (ອາເມລິກາ), ໂດຍທ່ານນາງ Brenda Pearson, ຜູ້ອຳນວຍການລາຍການແລກປ່ຽນຂອງສະໂມສອນເປັນຫົວໜ້າຄະນະ, ພວມຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15-31/3. . ທ່ານ ບູ່ຍເທ໋ຢາງໄດ້ແຈ້ງໃຫ້ຄະນະໄດ້ຮັບຊາບບາງຂໍ້ມູນກ່ຽວກັບການພັດທະນາ ແລະ ການເຊື່ອມໂຍງຂອງ ຫວຽດນາມ, ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ໃນປະຈຸບັນ. ພ້ອມທັງໃຫ້ຮູ້ກ່ຽວກັບຄວາມຫຍຸ້ງຍາກ, ການທ້າທາຍໃນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ, ໃນນັ້ນມີບັນຫາທາດພິດສີສົ້ມ/ດີໂອຊິນ, ການທຳລາຍລະເບີດບໍ່ທັນແຕກຫຼັງສົງຄາມ. ແລະກໍ່ໃນການຕ້ອນຮັບ, ສອງຝ່າຍໄດ້ເຕື້ອງເຖິງບັນຫາຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ (MIA) ແລະ ທິດທາງຈັດຕັ້ງເວທີປາໄສວິສາຫະກິດອະດີດນັກຮົບ ຫວຽດນາມ - ອາເມລິກາ ຄັ້ງທຳອິດຢູ່ ຫວຽດນາມ, ເຊິ່ງຄາດວ່າຈະດຳເນີນໃນທ້າຍປີ 2017.