ສະມາຄົມຊາວປະມົງຫວຽດນາມຄັດຄ້ານຈີນມີການກະທຳໄຮ້ມະນຸດສະທຳ

ສະມາຄົມຊາວປະມົງຫວຽດນາມຄັດຄ້ານຈີນມີການກະທຳໄຮ້ມະນຸດສະທຳ - ảnh 1
(ພາບ​ປະ​ກອບ)

(vovworld)- ສະ​ມາ​ຄົມ​ຊາວ​ປະ​ມົງ​ຫວຽດ​ນາມ​ຫາ​ກໍ​ສົ່ງ​ເອ​ກະ​ສານ​ເຖິງ​ຫ້ອງວ່າ​ການ​ລັດ​ຖະ​ບານ​ຫວຽດ​ນາມ, ກະ​ຊວງ​ກະ​ສີ​ກຳ ແລະ ​ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ເພື່ອ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ​ກຳ​ປັ່ນ​​​ຈີນ​ທີ່​ກີດ​ຂວາງ​ຕໍ່​ການ​ກອບ​ກູ້​ຊີ​ວິດ​ຂອງ​ຊາວ​ປະ​ມົງ​ຫວຽດ​ນາມ​ທີ່​ພວມ​ເປັນ​ເຈັບ​ໜັກ ແລະ ບຸກ​ໂຈ​ມ​ຕີ​ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ຫວຽດ​ນາມ. ສະ​ມາ​ຄົມ​ຊາວ​ປະ​ມົງ​ຫວຽດ​ນາມເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ກະ​ທຳ​ໄຮ້​ມະ​ນຸດ​ສະ​ທຳ, ລະ​ເມີດ​ສົນ​ທິ​ສັນ​ຍາ​ ສ.ປ.ຊ ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 . ສະ​ມາ​ຄົມ​ຊາວ​ປະ​ມົງ​ຫວຽດ​ນາມຮຽ​ກ​ຮ້ອງ​ຈີນ ຈົ່ງ​ຢຸດ​ຕິ​ໃນ​ທັນ​ທີ ແລະ ບໍ່​ປະ​ໃຫ້​ການ​ກະ​ທຳ​ຄື​ດັ່ງ​ກ່າວ​ເກີດ​ຂຶ້ນ​ອີກ.

 

ຂ່າວ/ບົດ​ອື່ນ