ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ໂຮ່ຈີມິນ ຄຳນັບຮັບຕ້ອນປີໃໝ່ 2012
ຕອນຄ່ຳວັນທີ 28/12, ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ໂຮ່ຈີມິນໄດ້ພົບປະກັນ ເພື່ອຄຳນັບຮັບຕ້ອນປີໃໝ່ 2012, ດ້ວຍການເຂົ້າຮ່ວມຂອງບັນດາອະດິດນັກສຶກສາຢູ່ ໂຊວຽດເກົ່າ ແລະ ບັນດາເພື່ອນລັດເຊຍພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ. ທ່ານ ຮ່ວາງຮືວເຫງັຍ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ນະຄອນໂຮ່ຈີມິນໃຫ້ຮູ້ວ່າ: ປີຜ່ານມາ, ໂດຍຜ່ານຜ່າບັນດາການທ້າທາຍຈາກວິກິດການເສດຖະກິດທົ່ວໂລກນັ້ນ, ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍຍັງຄົງສືບຕໍ່ພັດທະນາໃນທຸກຂົງເຂດ. ຢູ່ນະຄອນ ໂຮ່ຈີມິນ, ການເຄື່ອນໄຫວຕ່າງໆ ເພື່ອລະນຶກບັນດາວັນບຸນໃຫຍ່ຂອງ 2 ຊາດຄື: ວັນປົດປ່ອຍພາກໃຕ້, ວັນປະເທດລັດເຊຍ, ວັນຊາດຫວຽດນາມ, ວັນໄຊຊະນະຟາດຊີດ, ວັນການປະຕິວັດເດືອນຕຸລາລັດເຊຍ. ໄດ້ປະກອບສ່ວນປັບປຸງ, ຮັດແໜ້ນສາຍພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດ.