ສະມາຄົມອາຊີບການປະມົງຫວຽດນາມຮຽກຮ້ອງຝ່າຍຈີນຈົ່ງປ່ອຍຕົວຊາວປະມົງຫວຽດນາມ 6 ຄົນພ້ອມກັບກຳປັ່ນຫາປາ QNg 94912 TS ໃນທັນທີ່. (ພາບ: dantri)
|
(vovworld)- ວັນທີ 7/7, ສະມາຄົມອາຊີບການປະມົງຫວຽດນາມໄດ້ອອກຖະແຫຼງການຮຽກຮ້ອງຈີນຈົ່ງຢຸດຕິໂດຍທັນທີ່ ບັນດາການກະທຳລວງລ້ຳ, ກໍ່ກວນ, ຂັດຂວາງ, ປຸ້ນສະດົມ ແລະ ທຳລາຍຊັບສິນ, ຈັບຕົວຊາວປະມົງຫວຽດນາມຢ່າງຜິດກົດໝາຍ. ສະມາຄົມອາຊີບການປະມົງຫວຽດນາມຮຽກຮ້ອງຝ່າຍຈີນຈົ່ງປ່ອຍກຳປັ່ນຫາປາ QNg 94912 TS ພ້ອມກັບຊາວປະມົງຫວຽດນາມ 6 ຄົນ. ສະມາຄົມອາຊີບການປະມົງຫວຽດນາມຮຽກຮ້ອງຈີນຈົ່ງທົດແທນຄວາມເສຍຫາຍກ່ຽວກັບຊີວິດ ແລະ ຊັບສິນໃຫ້ແກ່ຊາວປະມົງຫວຽດນາມ.