ສະມາຄົມຮູບເງົາ ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນວຽກງານສ້າງນະໂຍບາຍ,ຕີລາຄາສັງຄົມ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຮູບເງົາຫວຽດນາມ ອາຍຸການທີ 9 (2020 – 2025), ຖືກດຳເນີນໃນຕອນເຊົ້າວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ.

ສະມາຄົມຮູບເງົາ ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນວຽກງານສ້າງນະໂຍບາຍ,ຕີລາຄາສັງຄົມ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

(ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຢືນຢັນວ່າ, ໃນໄລຍະເກືອບ 70 ປີຜ່ານມາ, ພື້ນຖານຮູບເງົາປະຕິວັດຫວຽດນາມ ໄດ້ເຕີບໃຫຍ່ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະແມ່ນໃນການພັດທະນາວັດທະນະທຳ, ມະນຸດຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກອງປະຊຸມໃຫຍ່ ສຸມພູມປັນຍາ, ເລືອກຕັ້ງຄະນະຈັດຕັ້ງຊຸດໃໝ່ໃຫ້ເໝາະສົມກັບບັນດາຄວາມຮຽກຮ້ອງທີ່ສູງກວ່າສຳລັບພື້ນຖານຮູບເງົາຫວຽດນາມ.

          “ສະມາຄົມຮູບເງົາຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງນະໂຍບາຍ, ຕີລາຄາສັງຄົມຢ່າງມີປະສິດທິຜົນກວ່າ, ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ນັບມື້ນັບສະດວກໃຫ້ແກ່ການພັດທະນາຮູບເງົາເວົ້າສະເພາະ, ສິລະປະເວົ້າລວມ ແລະ ກວ້າງກວ່າແມ່ນພັດທະນາປະເທດຊາດ. ບັນດາກະຊວງ, ໂດຍສະເພາະແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງເອົາໃຈໃສ່ສົມທົບກັນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສະມາຄົມຮູບເງົາ, ຂະແໜງຮູບເງົາ ປະຕິບັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ