( ທ່ານ Eni Faleomavaega ສະມາຊິກສະພາຕໍ່າ)
(vovworld) - ວັນທີ 28/06, ກຳມາທິການການຕ່າງປະເທດສະຕາຕໍ່າ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສິດທິມະນຸດຫວຽດນາມປີ 2013 (H.R.1897), ຮຽກຮ້ອງໃຫ້ລັດຖະບານອາເມລິກາ ນຳບັນດາເງື່ອນໄຂກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕຕິດພັນກັບການຊ່ວຍເຫຼືອປອດມະນຸດສະທຳໃຫ້ແກ່ຫວຽດນາມ. ຮ່າງກົດໝາຍກໍສະເໜີໃຫ້ອາເມລິກາ ຕ້ອງມີທ່າທີແຂງກະດາງກວ່າສຳລັບຫວຽດນາມ ໃນບັນດາບັນຫາສິດທິມະນຸດ ແລະ ຄວາມເສລີໃນເຊື່ອຖືສາສະໜາ. ຫຼັງຈາກນັ້ນ, ສະມາຊິກສະພາຕໍ່າ ທ່ານ Eni Faleomavaega, ສະມາຊິກອະນຸກຳມາທິການການຕ່າງປະເທດ ສະພາຕໍ່າອາເມລິກາ ຮັບຜິດຊອບອາຊີ - ປາຊີຝີກ, ໄດ້ອອກຖະແຫຼງການຄັດຄ້ານຂໍ້ຕົກລົງດັ່ງກ່າວໂດຍຊີ້ແຈ້ງວ່າ ຮ່າງກົດໝາຍວ່າດ້ວຍສິດທິມະນຸດຫວຽດນາມປີ 2013 ສ່ອງແສງບໍ່ຖືກຕ້ອງ, ຊັດເຈນກ່ຽວກັບສະພາບການຢູ່ຫວຽດນາມ ແລະ ຖືກຜົນສະທ້ອນຈາກຊາວອາເມລິກາ ເຊື້ອຊາດຫວຽດນາມ ທີ່ຂາດເຈດຕະນາດີກັບລັດຖະບານຫວຽດນາມ.ຖະແຫຼງການຢືນຢັນວ່າ ຍາມໃດບັນດາການນຳຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຍູ້ແຮງການພົວພັນລະຫວ່າງອາເມລິກາ - ຫວຽດນາມ ແລະ ຊຸກຍູ້ສິດທິມະນຸດ. ຫວຽດນາມ ກໍ່ພວມມານະພະຍາຍາມປັບປຸງສະພາບສິດທິມະນຸດຜ່ານການປັບປຸງລະບົບກົດໝາຍ ແລະ ບັນດາສິດທາງດ້ານເສດຖະກິດ - ສັງຄົມ, ວັດທະນະທຳ. ທ່ານ Eni Faleomavaega ກໍ່ໃຫ້ຮູ້ວ່າ ສະມາຊິກສະພາແຫ່ງຊາດ Barbara Lee ໄດ້ແນະນຳຮ່າງກົດໝາຍສະບັບໜຶ່ງ (H.R.2519) ກ່ຽວກັບການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອສິນ. ທ່ານເນັ້ນໜັກວ່າ ອາເມລິກາ ຕ້ອງຮັບຜິດຊອບແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມດີໂອສິນນັບ 10 ລ້ານລິດ ໂດຍທະຫານອາເມລິກາຫວ່ານລົງຫວຽດນາມ ໃນໄລຍະສົງຄາມ, ເຮັດໃຫ້ສາມັນຊົນຫຼາຍຄົນໄດ້ຮັບຜົນສະທ້ອນຈາກທາດພິດສີສົ້ມດີໂອສິນ.