ສະມາຊິກສະພາສູງ John McCain ຖອນຄຳຕັດສິນສະໜັບສະໜູນທ່ານ D.Trump

ສະມາຊິກສະພາສູງ John McCain ຖອນຄຳຕັດສິນສະໜັບສະໜູນທ່ານ D.Trump - ảnh 1
ທ່ານສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ພັກ​ສາ​ທາ​ລະ​ນະ John McCain
(ພາບ​ປະ​ກອບ: AP)

(vovworld) - ວັນ​ທີ 08/10, ທ່ານສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ພັກ​ສາ​ທາ​ລະ​ນະ John McCain, ທັງ​ເປັນ​ປະ​ທານ​ກຳ​ມາ​ທິ​ການກຳ​ລັງ​ທະ​ຫານ​ສະ​ພາ​ສ​ູງ​ອາ​ເມ​ລິ​ກາ, ໄດ້​ຖະ​ແຫຼງ ຖອນ​ຄຳ​ຕັດ​ສິນ​ສະ​ໜັບ​ສະ​ໜູນ​ທ່ານ D.Trump ໃນ​ການ​ຊ່ວງ​ເສັງ​ເຂົ້າ​ທຳ​ນຽບ​ຂາວ​ຢ່າງ​ເປັນ​ທາງ​ການ ຍ້ອນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນີ້​ມີ​ບັນ​ດາ​ຄຳ​ວິ​ຈານ​ທີ່​ຂາດ​ຄວາມ​ສຸ​ພາບສຳ​ລັບ​ແມ່​ຍິງ. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ຮັບ​ຖື​ວ່າ​ກໍ່ຄວາມ​​ບໍ່ສະ​ດວກ​ໃຫ້​ເສດ​ຖິ​ເງິນ​ຕີ້ Trump, ໃນ​ສະ​ພາບ​ທີ່ບໍ່​ທັນ​ຮອດ 24 ຊົ່ວ​ໂມງ​ອີກ ຈະ​ດຳ​ເນ​ີນ​ການ​ໂຕ້​ວາ​ທີ​ໂດຍ​ກົງ​ທາງ​ໂທ​ລະ​ພາບ​ຄັ້ງ​ທີ 2 ກັບ​ຄູ່​ແຂ່ງ​ພັກ​ປະ​ຊາ​ທິ​ປະ​ໄຕ Hillary Clinton ແລະ ມີ​ເວ​ລາ​ພຽງ 1 ເດືອນ​ຈະ​ກ້າວ​ເຂົ້າ​ສ​ູ່​ເວ​ລາ​ເລືອກ​ຕັ້ງ​ປະ​ທາ​ນາ​ທີ​ບໍ​ດີ​ອາ​ເມ​ລິ​ກາ. ແຕ່​ວ່າ, ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ John McCain ກໍ​ຢືນ​ຢັນ ຈະ​ບໍ່​​ປ່ອນ​ບັດ​ໃຫ້​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ.

        ເຖິງວ່າ ຖືກ​ຕຳ​ຕິ​​ໜິ​ຕິຕຽນ​ຍ້ອນ​ຄຳ​ເຫັນ​ທີ່​ຂາດ​ຄວາມ​ສຸ​ພາບ​ສຳ​ລັບ​ແມ່​ຍິງ, ແຕ່​ທ່ານ Trump ຍັງ​ຖະ​ແຫຼງວ່າ​ຈະ​ບໍ່​ປະ​ລະ​ການ​ຊ່ວງ​ເສັງ​ເຂົ້າ​ທຳ​ນຽບ​ຂາວ.

ຂ່າວ/ບົດ​ອື່ນ