ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕົກ​ລົງ​ເລື່ອງ​ປະ​ກາດ​ໃຊ້​ຮ່າງ​ມະ​ຕິວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົ​ກ​ຄອງ​ຕົວ​ເມືອງ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ວັນທີ 26 ຕຸລາ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV, ສະພາແຫ່ງຊາດໄດ້ຮັບຟັງການກ່າວໃບສະເໜີ ແລະ ບົດລາຍງານກວດກາ ມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ໂຮ່ຈີມິນ.
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕົກ​ລົງ​ເລື່ອງ​ປະ​ກາດ​ໃຊ້​ຮ່າງ​ມະ​ຕິວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົ​ກ​ຄອງ​ຕົວ​ເມືອງ ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV  (ພາບ: quochoi.vn)

ເມື່ອແບ່ງປັນຢູ່ນອກກອງປະຊຸມໃນວັນທີ 26 ຕຸລາ, ບັນດາສະມາຊິດສະມາແຫ່ງຊາດໄດ້ເຫັນດີເຫັນພ້ອມກັບມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ໂຮ່ຈີມິນ. ບັນດາສະມາຊິດສະພາແຫ່ງຊາດຖືວ່າ ດ້ວຍລັກສະນະແມ່ນ ຕົວເມືອງພິເສດ, ແມ່ນສູນໃຫຍ່ກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ສູນພົວພັນແລກປ່ຽນ ແລະ ເຊື່ອມໂຍງກັບສາກົນ, ມີກຳລັງແຮງ, ຄວາມດູດດື່ມ, ແຜ່ຂະຫຍາຍອັນໃຫຍ່ຫຼວງຂອງເຂດເສດຖະກິດຈຸດສຸມທາງທິດໃຕ້, ນະຄອນໂຮ່ຈີມິນມີທີ່ຕັ້ງການເມືອງສຳຄັນ, ປະກອບສ່ວນ ເຂົ້າການພັດທະນາເສດຖະກິດ - ສັງຄົມ ຂອງພາກພື້ນ ແລະ ທົ່ວປະເທດນັບມື້ນັບສູງຂຶ້ນ. ເລື່ອງສະພາແຫ່ງຊາດປະກາດໃຊ້ມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນໂຮ່ຈີມິນຢູ່ກອງປະຊຸມຄັ້ງນີ້ແມ່ນມີຄວາມຈຳເປັນ ແລະ ເໝາະສົມ, ເພື່ອສາມາດເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອມຂອງນະຄອນ. ຕາມການຄາດຄະເນ, ສະພາແຫ່ງຊາດຈະລົງປະຊາມະຕິຮັບຮອງເອົາຮ່າງມະຕິດັ່ງກ່າວໃນກອງປະຊຸມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ