ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
|
(vovworld) – ຫວ່າງແລ້ວນີ້, ຢູ່ແຂວງ ນິງບີ່ງ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຍົກສູງປະສິດທິຜົນເລື່ອງຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍການປົກປັກຮັກສາສັດປ່າ”. ໃນ 2, 3 ທົດສະວັດມານີ້, ສະພາບຄ້າຂາຍສັດປ່າຢ່າງຜິດກົດໝາຍຂ້າມຊາຍແດນເພີ່ມຂຶ້ນ ໄດ້ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ, ຄວາມໝັ້ນຄົງຂອງ ຫວຽດນາມ, ນາບຂູ່ເຖິງຄວາມດຸ່ນດ່ຽງຂອງລະບົບຊີວະນາໆພັນ ແລະ ມີໄພເຮັດໃຫ້ບັນດາສັດປ່າທີ່ຫາຍາກຖືກສູນພັນ. ເຖິງວ່າບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອສະກັດກັ້ນ ແລະ ຕໍ່ສູ້ກັບສະພາບການດັ່ງກ່າວແລ້ວກໍ່ຕາມແຕ່ມາຮອດປະຈຸບັນ, ຫວຽດນາມ ຍັງໄດ້ຮັບຜົນສະທ້ອນຢ່າງໃຫຍ່ຫຼວງຈາກບັນດາການເຄື່ອນໄຫວຂົນສົ່ງ, ບໍລິໂພກອຸປະໂພກ ແລະ ຄ້າຂາຍສັດປ່າທີ່ຫາຍາກຢ່າງຜິດກົດໝາຍ. ສາຍເຫດແມ່ນຍ້ອນວ່າ ຫວຽດນາມ ມີທີ່ຕັ້ງພູມສາດຢ່າງສະດວກ, ແມ່ນປະຕູການຄ້າລະຫວ່າງບັນດາປະເທດ ອາຊຽນ, ອາເມລິກາໃຕ້, ອາບຟຣີກາ ກັບບັນດາຕະຫຼາດບໍລິໂພກອຸປະໂພກຢູ່ ອາຊີ ແລະ ບັນດາເຂດອື່ນໆໃນໂລກ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເຫັນພ້ອມຕໍ່ຄວາມຈຳເປັນຕ້ອງເພີ່ມທະວີປັບປຸງລະບົບກົດໝາຍ ກ່ຽວກັບການປົກປັກຮັກສາສັດປ່າ. ເພື່ອຕໍ່ສູ້ກັບບັນດາຮູບການການຄ້າສັດປ່າທີ່ຜິດກົດໝາຍໃຫ້ມີປະສິດທິຜົນ, ບັນດາຜູ້ແທນຖືວ່າຄຽງຄູ່ກັບການປັບປຸງລະບົບກົດໝາຍທີ່ພວມປະກາດໃຊ້ໃນປະຈຸບັນແລ້ວຕ້ອງຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍອີກດ້ວຍ.