ສະວິດສືບຕໍ່ມີບັນດາການເຄື່ອນໄຫວຮ່ວມມືກັບ ຫວຽດນາມ ກ່ຽວກັບການສຶກສາ, ບຳລຸງສ້າງ

(VOVWORLD) - ທ່ານລັດຖະມົນຕີ ຝູ່ງຊວນຫຍາ ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງທ່ານນາງເອກອັກຄະລັດຖະທູດ Jehanne Roccas...

ວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຝູ່ງຊວນຫຍາ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຕ້ອນຮັບທ່ານນາງ Jehanne Roccas, ເອກອັກຄະລັດຖະທູດລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການການທູດຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຝູ່ງຊວນຫຍາ ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງທ່ານນາງເອກອັກຄະລັດຖະທູດ Jehanne Roccas ບັນລຸໄດ້ໃນອາຍຸການປະຕິບັດງານຢູ່ ຫວຽດນາມ ເປັນເວລາ 3 ປີ. ທ່ານລັດຖະມົນຕີ ຫວຽດນາມ ສະເໜີລັດຖະບານແບນຊິກ ສືບຕໍ່ໜູນຊ່ວຍດ້ານການສຶກສາ, ບຳລຸງສ້າງຂອງ ຫວຽດນາມ, ພິເສດແມ່ນການສຶກສາຂັ້ນອະນຸບານ, ຂັ້ນປະຖົມຢູ່ບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ; ໜູນຊ່ວຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຕັ້ງບັນດາຊຸດຝຶກອົບຮົມ, ບຳລຸງສ້າງກ່ຽວກັບວິທີການສິດສອນໃຫ້ຄູສອນຢູ່ຂັ້ນຕ່າງໆ; ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຕ່າງໆລະຫວ່າງ ຫວຽດນາມ ແລະ ແບນຊິກ ກ່ວາອີກ.

        ສ່ວນທ່ານນາງ Jehanne Roccas ໃຫ້ຮູ້ວ່າ: ແບນຊິກມີຄວາມເອກອ້າງທະນົງໃຈເປັນປະເທດທຳອິດສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ແບນຊິກ. ນອກຈາກບັນດາໂຄງການຮ່ວມມືຂັ້ນລັດຖະບານ, ບາງໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຂອງ ຫວຽດນາມ ແລະ ແບນຊິກ ໄດ້ຮັບການຜັນຂະຫຍາຍໃນຂອບເຂດບັນດາການເຄື່ອນໄຫວຮ່ວມມືລະຫວ່າງມະຫາວິທະຍາໄລອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ