ພາບປະກອບ
(vovworld) – ຕອນເຊົ້າວັນທີ 6/8, ຢູ່ຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫຼຸບ 4 ປີ ແຫ່ງການປະຕິບັດໂຄງການຂໍ້ລິເລີ່ມປ້ອງກັນ, ຕ້ານໄຂ້ຫວັດສັດປີກ ແລະ ມະຫາໂລກລະບາດຂອງອົງການພັດທະນາສາກົນອາເມລິກາ (USAAID) ເພື່ອຄວບຄຸມການແຜ່ລະບາດ ຢູ່ແຂວງ, ນະຄອນຕ່າງໆຂອງຫວຽດນາມ. ຜ່ານ 4 ປີ ແຫ່ງການປະຕິບັດ, ນັບແຕ່ເດືອນ 10/2009 ມາຮອດປະຈຸບັນ, ໂຄງການສາມາດບັນລຸໄດ້ຜົນງານທີ່ຕັ້ງໜ້າ. ມີຫຼາຍຮູບແບບໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ຍົກສູງລະດັບຄວາມຮູ້,ທັກສະໃຫ້ແກ່ພະນັກງານການແພດຢູ່ຂັ້ນຮາກຖານ, ໂຄງການໄດ້ປະກອບອຸປະກອນອັນຈຳເປັນເພື່ອຊ່ວຍປະຊາຊົນຄົ້ນພົບໂລກລະບາດຢ່າງໄວວາ, ແລະ ລາຍງານບັນດາກໍລະນີຕິດໂລກໄຂ້ຫວັດສັດປີກທີ່ອັນຕະລາຍຢູ່ຄົນ ແລະ ສັດໃຫ້ບັນດາອົງການທີ່ກ່ຽວຂ້ອງ. ຜ່ານນັ້ນຄວບຄຸມໂລກໄຂ້ຫວັດສັດປີທີ່ຫາກໍ່ປະກົດຄື (H7N9), (H5N1). ນອກນັ້ນ, ໂຄງການຍັງປັບປຸງພື້ນຖານໂຄງລ່າງ ເພື່ອຫຼຸດຜ່ອນການແຜ່ລະບາດອີກດ້ວຍ.